ສ​ະ​ພາສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຜ່ານ​ມະ​ຕິ​​​ສົ່ງ​ເສີມ​ສິດ​ທິ​ມະ​ນຸດເປັນ​ຄັ້​ງ​ທຳ​ອິດ
2017-06-23 14:39:34  cri 
ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ມະ​ຕິ "ການ​​ສົ່ງ​ເສີມ​ການ​ມີ​ສ່ວນ​ຮ່ວມ​ຕໍ່​ສິດ​ທິ​ມະ​ນຸດ" ເຊິ່ງ​​ຖື​ວ່າເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​​ສະ​ພາ​ສິດ​ທິ​ມະ​ນຸດ.

ມະ​ຕິ​​ດັ່ງ​ກ່າວ​ໄດ້ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ຖື​​ເອົາປະ​ຊາ​ຊົນ​ເປັນ​ໃຈ​ກາງ, ທັງອອກ​ແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໂດຍ​ສະ​ເພາະ​ແມ່ນ​ຜັນ​ຂະ​ຫຍາຍວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ແລະ​ຊຸກ​ຍູ້​ໃຫ້​​ເກີດມີ​ສິດ​ທິ​ມະ​ນຸດ​ຢ່າງ​ຮອບ​ດ້ານ. ​ຂະ​ນະ​ດຽວ​ກັນ​ກໍ​ໃຫ້​ບັນ​ດາ​ປະ​ເທດ​ຊຸກ​ຍູ້​ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ຕື່ມ​ອີກ, ຊຸກ​ຍູ້​ການ​ພົວ​ພັນ​ຖານໝູ່​ຄູ່ ເພື່ອ​ບັນ​ລຸ​ການ​ຮ່ວມ​ມື​​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ.

ທ່ານ​ມາ​ຈ່າວ​ຊີ້ ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ​ປະ​ຈຳ​ສຳ​ນັກ​ງານ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ເຊີ​ແນວ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ​ປະ​ຈຳ​ສວິ​ສ໌​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ພາຍຫຼັງ​ຜ່ານ​ມະ​ຕິ​ດັ່ງ​ກ່າວ​ວ່າ, ມະ​ຕິ​ໄດ້​ນຳ​ເອົາຄະ​ຕິ "ການ​ພັດ​ທະ​ນາ​​ໄດ້ຊຸກ​ຍູ້​​ສົ່ງ​ເສີມສິດ​ທິ​ມະ​ນຸດ" ເຂົ້າ​ໃນ​ລະ​ບົບ​ສິດ​ທິ​ມະ​ນຸດ​ສາ​ກົນ​ເປັນ​ຄັ້ງ​ທຳ​ອິດ ​ນັ້ນ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແລະ​ຄວາມ​​ໃນ​ໃຈ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ຕ່າງໆ ໂດຍ​ສະ​ເພາະ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ