ອີ​ຣານ​​ສະ​ໜອງຜັກ​ແລະ​ໝາກ​ໄມ້​ໃຫ້​ກາ​ຕາ 1100 ກວ່າ​ໂຕນ​ຕໍ່​ມື້
2017-06-23 15:57:42  cri 
ຕາມ​ຂ່າວCRI: ສື່ມວນ​ຊົນ​ອີ​ຣານ​ລາຍ​ງານ​ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ໂດຍ​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງທ່ານ​ໂມ​ຮາມ​ມັດ ເມ​ດີ ບົນ​ຈາ​ຣີ ຜູ້​ຮັບ​ຜິດ​ຊອບ​ຫ້ອງ​ການ​ທ່າ​ກຳ​ປັ່ນ​ແຂວງ​ບູ​ເຊ​ປະ​ເທດ​ຕົນ​ເມື່ອ​ມໍ່ໆ​ມາ​ນີ້​ວ່າ, ປັດ​ຈຸ​ບັນ, ອີ​ຣານ​​ສະ​ໜອງ​ຜັກ​ແລະ​ໝາກ​ໄມ້​ ຕ່າງໆໃຫ້​ແກ່​ກາ​ຕາ 1100 ກວ່າ​ໂຕນ​ໃຫ້​ກາ​ຕາ​ຕໍ່​ມື້ ເຊິ່ງ​​ຜ່ານ​​ທ່າ​ກຳ​ປັ່ນ​ໄດ​ເຢີ, ​ໂບນ​ເກຍ ແລະ​ເ​ຈ​ນາ​ເວ​​ໄປ​ສູ່​ກາ​ຕາ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ພາຍຫຼັງ​ເກີດ​ວິ​ກິດ​ການ​ຈາກຫຼາຍ​ປະ​ເທດ​ຕັດ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ກາ​ຕາ​ແລ້ວ, ອີ​ຣານ​ກໍ​ໄດ້​ເປີດ​ຊ່ອງ​ທາງ​ຂົນ​ສົ່ງ​ຜັກ​ແລະ​ໝາກ​ໄມ້​ສະ​ເພາະ​ໃຫ້​​ປະ​ເທດ​ດັ່ງ​ກ່າວ​ຢູ່​ຫຼາຍ​ແຂວງ​ຂອງ​ຕົນ. ​ຂະ​ນະ​ທີ່​ໃນວັນ​ທີ 11 ມິ​ຖຸ​ນາ​ນີ້, ບໍ​ລິ​ສັດ​ການ​ບິນ​ອີ​ຣານ​ໄດ້​ກ່າວ​ວ່າ ໄດ້​ນຳ​ໃຊ້​ຖ້ຽວ​ບິນ​ຈາກ​ເຕ​ຮາ​ລານ ແລະ​ຊີ​ຣາ​ສ໌ ເພື່ອ​ຂົນ​ສົ່ງ​ຜັກ​ແລະ​ໝາກໄມ້​ໃຫ້​ກາ​ຕາ​ປະ​ມານ 100 ໂຕນ​ຕໍ່​ຖ້ຽວ. ນອກ​ນີ້, ອີ​ຣານ​ຍັງສົ່ງ​ອອກ​ສິ່ງ​ຂອງ​ຕ່າງໆ​ຜ່ານ​​ແຂວງ​ຟາ​ສ໌​ແລະແຂວງ​ອານບອ​ສ໌​ໃຫ້​ແກ່​ດາ​ຕາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ