ໄພ​ດິນ​ພູ​ເຈື່ອນທີ່​ເກີດ​ຂຶ້ນ​ຢູ່ຕາ​ແສງ​ມ້າວ​ແຂວງ​ເສ​ສວນ​ໄດ້​ເຮັດ​ໃຫ້ 141 ຄົນ​ຫາຍ​ສາບ​ສູນ ແຂວງ​ເສ​ສວນ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢ່າງສຸກ​ເສີນ
2017-06-24 16:15:07  cri 

ເວ​ລາ 12 ໂມງ​ຂອງວັນ​ທີ 24 ມິ​ຖຸ​ນານີ້, ອົງ​ການ​ປົກ​ຄອງ​ແຂວງ​ເສ​ສວນ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ເຫດ​ການ​ດິນ​ພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ຢູ່​ຕາ​ແສງ​ມ້າວ​ກິ່ງ​ແຂວງ​ອາ​ບາ ໂດຍ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ: ເວ​ລາປະ​ມານ 6 ໂມງວັນ​ທີ 24 ມິ​ຖຸ​ນານີ້, ໄດ້​ເກີດ​ໄພ​ດິນ​ພູ​ເຈື່ອນ​ຢູ່​ບ້ານ​ຊິ່ນມົ້ວ​ເມືອງ​ເຕຍ​ຊີ່​ຕາ​ແສງ​ມ້າວ​ກິ່ງ​ແຂວງ​ອາ​ບາ, ເຮັດ​ໃຫ້ເຮືອນ​ຊາວ​ບ້ານ 46 ຄອບ​ຄົວຖືກ​ຝັງ, 141 ຄົນ​ຫາຍ​ສາບ​ສູນ, ຕັນທາງ​ນ້ຳ 2 ກິ​ໂລ​ແມັດ, ເສັ້ນທາງ 1600 ກວ່າ​ແມັດ​ຖືກ​ຝັງ.



ມາ​ຮອດ​ປະ​ຈຸ​ບັນ,ແຂວງ​ເສ​ສວນ​ໄດ້​ເລີ່​ມ​ປະ​ຕິ​ບັດ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢ່າງສຸກ​ເສີນລະ​ດັບ​ໜຶ່ງ, ແລະ​ໄດ້​ສົ່ງ​ໜ່ວຍ​ງານແລະກອງ​ກູ້​ໄພ​ໄປ​ຊ່ວຍເຫຼືອ​ຢູ່​ເຂດ​ປະ​ສົບ​ໄພ, ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ຄຸ້ມ​ຄອງ​ການ​ຈະ​ລາ​ຈອນ​ຕໍ່​ເສັ້ນ​ທາງ​ໄປ​ສູ່​ເຂດ​ປະ​ສົບ​ໄພ, ແລະ​ເປີດເສັ້ນ​ທາງກອບ​ກູ້​ຊີ​ວິດ.



ທ່ານ​ຖາງ​ລີ້​ໝີນ ໂຄ​ສົກ​ອົງ​ການ​ປົກ​ຄອງ​ແຂວງ​ເສ​ສວນ​ສະ​ເໜີ​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ແຂວງ​ເສ​ສວນ​ໄດ້​ສົ່ງ​ກອງ​ກູ້​ໄພດັບ​ເພີງ 120 ກວ່າ​ຄົນ, ກອງ​ກູ້​ໄພ​ບໍ່​ແຮ່ 100 ກວ່າ​ຄົນ, ກອງ​ກູ້​ໄພ​ທາງ​ແລະ​ຂົວ 30 ກວ່າ​ຄົນ, ກອງ​ກູ້​ໄພ​ໄຟ​ຟ້າ 50 ກວ່າ​ຄົນ, ແລະ​ໄດ້​ນຳ​ເອົາອຸ​ປະ​ກອນ​ກູ້​ໄພ​ຕ່າງໆ​ເຊັ່ນ ​ເຄື່ອງ​ແຕກ​ຫີນ ເຄື່ອງ​ຂຸດ​ຄົ້ນ ອຸ​ປະ​ກອນ​ຄົ້ນ​ຫາ​ຊີ​ວິດແລະ​ອື່ນໆໄປ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຢູ່​ເຂດ​ປະ​ສົບ​ໄພ, ວຽກ​ງານ​ກູ້​ໄພ​ກຳ​ລັງ​ດຳ​ເນີນ​ໄປ​ຢ່າງ​ເປັນ​ປົກ​ກະ​ຕິ.

ສູນ​ບັນ​ຊາ​ການ​ຮັບ​ມື​ກັບ​ກໍ​ລະ​ນີ​ສຸກ​ເສີນອົງ​ການ​ປົກ​ຄອງ​ແຂວງ​ເສ​ສວນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ແລະ​ລົດ​ສັງ​ຄົມ​ຢ່າເຂົ້າ​ໄປ​ເຂດ​ປະ​ສົບ​ໄພ​ໃນ​ໄລ​ຍະ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ