ກອງປະຊຸມລັດຖະມົນຕີກະຊວງສິ່ງແວດລ້ອມຂອງປະເທດບຣິກໄຂຂຶ້ນຢູ່ຈີນເປັນຄ້ັງທໍາອິດ
2017-06-24 17:21:20  cri 

ຕາມຂ່າວCRI: ວັນທີ 23ມິຖຸນານີ້,ກອງປະຊຸມລັດຖະມົນຕີກະຊວງສິ່ງແວດລ້ອມຂອງປະເທດບຣິກຄັ້ງທີ3ໄດ້ຈັດຂຶ້ນຢູ່ນະຄອນທຽນ
ສິນ. ນີ້ແມ່ນກອງປະຊຸມລັດຖະມົນຕີວ່າການກະຊວງສິ່ງແວດລ້ອມຂອງປະເທດບ​ຣິກຈັດຂຶ້ນຢູ່ຈີນເປັນຄັ້ງທຳອິດ.
ທ່ານຫຼີການເຈ,ເລຂາທິການໜ່ວຍພັກຂອງກະຊວງອະນຸລັກ ສິ່ງແວດລ້ອມ​ຈີນໄດ້​ເຂົ້າ​ຮ່ວມ​ແລະ​ເປັນ​ປະ​ທານ​ຂອງ​ກອງ​ປະ​ຊຸມ, ທ່ານ​ຊີ້​ອອກວ່າ,​ລັດຖະບານຈີນຍຶດໝັ້ນຖືການປັບປຸງສິ່ງແວດລ້ອມໃຫ້ດີກວ່າເກົ່າເປັນໃຈກາງ,​ປະຕິບັດລະບອບອະນຸລັກສິ່ງແວດລ້ອມຢ່າງເຂັ້ມງວດທີ່ສຸດ,​ດຳເນີນແຜນການປະຕິບັດ 3ແຜນການດ້ານການປ້ອງກັນແລະປົວແປງອາກາດ,ນ້ຳແລະທີ່ດິນ,​ສ້າງລະບົບກົດໝາຍທີ່ເຄັ່ງຄັດກວ່າເກົ່າ,​ການພັດທະນາສີຂຽນເລີ່ມມີປະ
ສິດທິຜົນໃນເບື້ອງຕົ້ນ,​ສິ່ງແວດລ້ອມຊີວະພາບໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ.


ທ່ານຫຼີການເຈກ່າວວ່າ, ປັດຈຸບັນນີ້, ທົ່ວໂລກກຳລັງປະເຊີນໜ້າກັບບັນຫາສິ່ງແວດລ້ອມທີ່ມີລັກສະນະທົ່ວໂລກຕ່າງໆ, ເຊັ່ນ:ການປ່ຽນແປງ
ດ້ານດິນຟ້າອາກາດ,​ຊີວະພາບມີການຖອຍຫຼັງ,​ຊັບພະຍາກອນມີວິກິດການ,​ໄພທຳມະຊາດຢ່າງຮ້າຍແຮງແລະອື່ນໆ. ທ່ານກ່າວວ່າ, ການເພີ່ມທະວີການຮ່ວມມືດ້ານສິ່ງແວດລ້ອມລະຫວ່າງບັນດາປະເທດປຼິກຈະເຮັດໃຫ້ການພົບປະລະຫວ່າງຜູ້ນຳຂອງປະເທດປຼິກມີຜົນສຳເລັດຢ່າງອຸດົມສົມບູນກວ່າເກົ່າ,ສະໜອງການຄ້ຳຊູຢ່າງແຂງແຮງເພື່ອຮັບມືກັບການທ້າທາຍດານສິ່ງແວດລ້ອມຊີວະພາບຂອງພາກພື້ນແລະທົ່ວໂລກຢ່າງຮ່ວມກັນ,ຫວັງວ່າຈະເພີ່ມທະວີການແລກປ່ຽນສົນທະນາກັນຕື່ມອີກ,ຍົກສູງອິດທິກຳລັງດ້ານຄວາມເວົ້າແລະອິດທິພົນໃນຂົງເຂດການພັດ ທະນາແບບຍືນຍົງດ້ານສິ່ງແວດລ້ອມສາກົນຂອງບັນດາປະເທດປຼິກ,​ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ