ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​​ຂອງ​ຈີນ ​ກ່ຽວ​ກັບ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ເຂດ​ຕາ​ເວັນ​ອອກ​ກາງ
2017-06-24 17:24:45  cri 
ວັນ​ທີ 23 ມິ​ຖຸ​ນາ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ ຮ່ວມ​ກັບ​​ທ່ານເກບ​ຣັນ ບາ​ຊິວ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລີ​ບັງ, ທ່ານ​ວາງ​ອີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​​​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​​ຂອງ​ຈີນ​​ກ່ຽວ​ກັບ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ເຂດ​ຕາ​ເວັນ​ອອກ​ກາງ.

ທ່ານ​ວາງ​ອີ້​ກ່າວ​ວ່າ, ປັດ​ຈຸ​ບັນ​ນີ້, ບັນ​ຫາຊາວ​ອົບ​ພະ​ຍົບຂອງ​ເຂດ​ຕາ​ເວັນ​ອອກ​ກາງ​ພົ້ນ​ເດັ່ນ​ຫຼາຍ, ປະ​ເທດ​ຕາ​ເວັນ​ອອກ​ກາງ​ຕ່າງໆ ເຊິ່ງ​ລວມ​ທັງ ລີ​ບັງ ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງຫຼວງ​ຫຼາຍ ​ເພື່ອ​ຮັບເອົາ​ຊາວ​ອົບ​ພະ​ຍົບ​ຈາກ​ຊີ​ຣີແລະ​ປະ​ເທດ​ອື່ນໆ. ຊາວ​ອົບ​ພະ​ຍົ​ບ​ບໍ່​ແມ່ນ​ຊາວຍົກ​ຍ້າຍ. ​ຊາວ​ອົບ​ພະ​ຍົບ​ທີ່​ອອກ​ຈາກ​ບ້ານ​ເກີດ​ເມືອງນອນ​ໄປ​ອາ​ໄສ​ຢູ່ແຫ່ງ​ຕ່າງໆ​ໃນ​ໂລກ​ນັ້ນ ສຸດ​ທ້າຍ​ຍັງ​ຕ້ອງ​ກັບ​ຄືນ​ປະ​ເທດ​ຊາດ​ຂອງ​ຕົນ, ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່. ນີ້​ແມ່ນ​​ຄວາມປາ​ຖະ​ໜາ​ໃນ​ໃຈ​ຂອງ​ຊາວ​ອົບ​ພະ​ຍົບ​ທຸກ​ຄົນ, ແລະ​ກໍ່​ສອດ​ຄ່ອງກັບ​ທິດ​ທາງ​ແຫ່ງ​ຄວາມ​ພະ​ຍາ​ຍາມ​ຂອງ​ມະ​ນຸດ​ສະ​ທຳສາ​ກົນ, ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ສ່ວນ​ປະ​ກອບ​ຂອງ​ມະ​ຕິ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ດ້ວຍ​ວິ​ທີ​ການ​ເມືອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ​ວາງ​ອີ້​ກ່າວ​ວ່າ, ການ​ແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ, ກ່ອນ​ອື່ນ​ໝົດ, ຕ້ອງ​ເລັ່ງລັດ​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ຊີ​​ຣີ​ດ້ວຍ​ວິ​ທີ​ການ​ເມືອງ, ເພື່ອ​ສ້າງ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ໃຫ້​​ຊາວ​ອົບ​ພະ​ຍົບ​ກັບ​ຄືນປະ​ເທດ​ຕົນ. ຄວາມ​ປັ່ນ​ປ່ວນ​ແລະ​ຄວາມ​ທຸກ​ຍາກ​ແມ່ນ​ສາ​ເຫດ​ພື້ນ​ຖານ​ທີ່​ພາ​ໃຫ້​ເກີດ​ບັນ​ຫາ​ຊາວ​ອົບ​ພະ​ຍົບ. ​ການແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ຢ່າງ​ເຖິງ​ຖອງ, ຕ້ອງ​ແກ້​ໄຂ​ຈາກ​ຂັ້ນ​ພື້ນ​ຖານ​, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ດ້ວຍ​ການ​ພັດ​ທະ​ນາ, ສ້າງ​ສະ​ພາບ​ແວດ​ລ້ອມ​ອັນ​ຈຳ​ເປັນ​ເພື່ອ​ໃຫ້​ຊາວ​ອົບ​ພະ​ຍົບ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​​ຍາກ.

​ທ່ານ​ວາງ​ອີ້​ກ່າວ​ວ່າ, ໃນ​ໄລ​ຍະ​ຍາວ​ດົນນານມານີ້, ລັດ​ຖະ​ບານ​ຈີນ​ໄດ້​ຍຶດ​ໝັ້ນ​ນ້ຳ​ໃຈມະ​ນຸດ​ສະ​ທຳ​ມາ​ໂດຍ​ຕະ​ຫຼອດ, ອຳ​ນວຍ​ຄວາມ​ຊ່ວຍ​ເຫຼືອໃຫ້​ແກ່​ປະ​ເທດ​ທີ່​ຮັບ​ເອົາ​ຊາວ​ອົບ​ພະ​ຍົບຕາມ​ຄວາມ​ສາ​ມາດ​ຂອງ​ຕົນ ພາຍ​ໃຕ້​ຂອບ​ສະ​ຫະ​ປະ​ຊາ​ຊາດ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ປະ​ຊາ​ຄົ​ມ​ໂລກ, ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ ຊຸກ​ຍູ້​ໃຫ້​ບັນ​ຫາ​ຈຸດ​ສຸມຜ່ອນ​ຄາຍລົງ, ຊ່ວຍ​ເຫຼືອປະ​ເທດທີ່​ຮັບ​ເອົ​າ​ຊາວ​ອົບ​ພະ​ຍົບ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ, ​ແລະປະ​ກອບ​ສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ການ​ຊ່ວຍ​ໃຫ້​ຊາວ​ອົບ​ພະ​ຍົບ​ບັນ​ລຸ​ຄວາມ​ປາ​ຖະ​ໜ​າ ​​ທີ່ກັບ​ຄືນ​ບ້ານ​ເກີດ​ເມືອງນອນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ