ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອີ​ລົບຈະ​ປະ​ຕິ​ຮູບ​ລະ​ບຽບ​ການ​ປົກ​ປ້ອງ​ ​ເພື່ອ​ຮັບ​ມື​ກັບ​ກະ​ແສ​ຊາວ​ອົບ​ພະ​ຍົບ
2017-06-24 17:46:02  cri 
ວັນ​ທີ 23 ມິ​ຖຸ​ນາ​ນີ້, ກອ​ງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອີ​ລົບລະ​ດູ​ຮ້ອນ ທີ່​​ກຳລັງຈັດ​ຂຶ້ນ​ຢູ່​ນະ​ຄອນບ​ຣຸກ​ແຊນ​ໄດ້ອອກ​ຖະ​ແຫຼງ​ການ, ໂດຍ​ກ່າວຢ້ຳ​ເຖິງ​ຄວາມຕັດ​ສິ້ນ​ໃຈ​ໃນ​ການ​ດຳ​ເນີນ​ການ​ປະ​ຕິ​ຮູບ​ຕໍ່​​ລະບຽບ​ການ​ປົກ​ປ້ອງຮ່ວມ​ກັນ​ຂອງ​​ເອີ​ລົບ, ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ທີ່​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.

ໃນ​ລະ​ດູ​ຮ້ອນ​ປີ 2015, ມີຊາວ​ອົບ​ພະ​ຍົບ​ເຂດ​ຕາ​ເວັນ​ອອກ​ກາງ​ຫຼາຍກວ່າ​ລ້ານ​ຄົນ​ຜ່ານ​ຕວກ​ກີ​ເຂົ້າ​ໃນ​ເກຼັກ, ແລ້ວ​ເຂົ້າ​ໃນ​ປະ​ເທດ​ເອີ​ລົບ​ອື່ນໆ, ພາ​ໃຫ້​ເອີ​ລົບ​ປະ​ກົດ​ມີ​ກະ​ແສ​ຊາວ​ອົບ​ພະ​ຍົບ​ທີ່​ໃຫຍ່​ທີ່​ສຸດ​ຫຼັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

ໃນ​ເດືອນ​ກັນ​ຍາ​ປີ 2015, ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ຮັບ​ຮອງ​ແຜນ​ການ​ຈັດ​ວາງ​ບ່ອນ​ເພີ່ງ​ພາ​ອາ​ໄສ​ໃຫ້​ຊາວ​ອົບ​ພະ​ຍົບ, ເຫັນ​ດີ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ 1 ແສນ 2 ໝື່ນ​ຄົນ​ທີ່​ອົບ​ພະ​ຍົບ​ໄປ​ອີ​ຕາ​ລີ ເກຼັກ ແລະ​ປະ​ເທດ​ອື່ນໆ ພາຍ​ໃນ​ສອງ​ປີ, ກ່ອນ​ນັ້ນ, ​ໃນ​ເດືອນ​ດຽວ​ກັນ, ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ເຫັນ​ດີ​ອຳ​ນວຍບ່ອນ​ເພີ່ງ​ພາ​ອາ​ໄສ​ໃຫ້ຊາວ​ອົບ​ພະ​ຍົບ 4 ໝື່ນ​ຄົນ, ລວມ​ທັງ​ໝົດ​ແລ້ວ, ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ​ມີ​ແຜນ​ອຳ​ນວຍບ່ອນ​ເພີ່ງ​ພາ​ອາ​ໄສ​​ໃຫ້​ຊາວ​ອົບ​ພະ​ຍົບ 1 ແສນ 6 ໝື່ນ​ຄົນ ພາຍ​ໃນ 2 ປີ.

ໂດຍ​ປະ​ເຊີນ​ໜ້າ​ກັບ​ແຮງ​ກົດ​ດັນ​ທາງ​ດ້ານ​ຊາວ​ພະ​ຍົບ​ທີ່​ນັບ​ມື້​ນັບ​ໜັກ​ໜ່ວງ​ຂຶ້ນ, ເຖິງ​ແມ່ນ​ວ່າ ພາຍ​ໃນ​ສະ​ຫະ​ພາບ​ເອີ​ລົບ ມີ​ນະ​ໂຍ​ບາຍ​​​ຮ່ວມ​ກັນ​ສຳ​ລັບ​ການ​ໃຫ້ຊາວ​ອົບ​ພະ​ຍົບ​ສະ​​ເໜີລີ້​ໄພ, ແຕ່​ວ່າ, ປະ​ເທດ​ຕ່າງໆ​ຂອງ​ສະ​ຫະ​ພາບ​ເອີ​ລົບ ພັດ​ມີ​ການ​ປະ​ຕິ​ບັດຂອງ​ໃຜ​ຂອງ​ລາວ, ຜົນ​ການ​ປະ​ຕິ​ບັດ​ນ​ະ​ໂຍ​ບາຍ​ຕົວ​ຈິງ​ບໍ່​ໄດ້​ດີພໍ​ສົມ​ຄວນ.
ວັນ​ທີ 22 ມິ​ຖຸ​ນາ​ນີ້, ກອ​ງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອີ​ລົບລະ​ດູ​ຮ້ອນ ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງບ​ຣຸກ​ແຊນ​ຂອງແບນ​ຊິກ, ຕົ້ນ​ຕໍ​ຫາ​ລື​ການ​ຕ້ານ​ການ​ກໍ່​ການ​ຮ້າຍ, ອັງ​ກິດ​​ຖອນອອກ​ຈາກ​ສະ​ຫະ​ພາ​ບ​ເອີ​ລົບ, ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ, ພ້ອມ​ທັງ​ຫົວ​ຂໍ້​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ