ອິ​ສ​​ຣາ​ແອນ​ຖິ້ມ​ລະ​ເບີດ​ໃສ່​ເປົ້າ​ໝາຍ​ທະ​ຫານ​ລັດ​ຖະ​ບານ​ຊີ​ຣີ
2017-06-25 14:37:46  cri 
ກອງ​ທັບ​ປ້ອງ​ກັນ​ຊາດ​ອິ​ສ​ຣາ​ແອນ​ຖະ​ແຫຼງ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ວ່າ: ກອງ​ທັບ​ອາ​ກາດ​ປະ​ເທດ​ຕົນ​ໄດ້ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ທະ​ຫານຊີ​ຣີ​ເພື່ອ​ເປັນ​ການ​ແກ້​ແຄ້ນ​ທີ່ຊີ​ຣີ​ຍິງ​ປືນ​ໃສ່​ອິ​ສ​ຣາ​ແອນ​ກ່ອນ​ໜ້າ​ນີ້.

ໂຄ​ສົກ​ກອງ​ທັບ​ປ້ອງ​ກັນ​ຊາດ​ອິ​ສ​ຣາ​ແອນ​ຢືນ​ຢັນ​ວ່າ ຕອນ​ເຊົ້າ​ວັນ​ທີ 24 ມິ​ຖຸ​ນາ​ນີ້, ເຂດ​ພູ​ພຽງ​ໂກ​​ລານ​ທີ່​​ປະ​ເທດ​ຕົນຄວບ​ຄຸມ​ນັ້ນ​ຖືກ​ໂຈມ​ຕີ​ດ້ວຍ​​ການ​ຍິງປືນຫຼາຍ​ລູກ​ມາຈາກ​ດິນ​ແດນ​ຊີ​ຣີ, ແຕ່​ບໍ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ກໍ​ຄື​ຜົນ​ເສຍ​ຫາຍ​ອື່ນໆ. ​ຈາກ​ນັ້ນ, ກໍ​ໄດ້​ເປີດ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່ຫຼາຍ​ເປົ້າ​ໝາຍ​ທາງ​ການ​ທະ​ຫານ​ຂອງກອງ​ທັບ​ລັດ​ຖະ​ບານ​ຊີ​ຣີ​ເຊັ່ນ​ລົດ​ຕັງ​ແລະ​ອື່ນໆ.

ໂຄ​ສົກ​ກ​ອງ​ທັບ​ປ້ອງ​ກັນ​ຊາດ​ອິ​ສ​ຣາ​ແອນ​ກ່າວ​ຕື່ມ​ວ່າ: ກອງ​ທັບ​ປະ​ເທດ​ຕົນບໍ່​ອະ​ນຸ​ຍາດ​​ໃຫ້​ມີການ​ປະ​ຕິ​ບັດ​​ທາງ​ການ​ທະ​ຫານ​ໃດໆ​ທີ່​ທຳ​ລາຍ​ອະ​ທິ​ປະ​ໄຕ​ແລະ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ອິ​ສ​ຣາ​ແອນ, ລັດ​ຖະ​ບານ​ຊີ​ຣີ​ຄວນ​ຮັບ​ຜິດ​ຊອບ​ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ.ຂະ​ນະ​ທີ່​ປັດ​ຈຸ​ບັນ​ໄດ້​ຍື່ນ​ຄຳ​​ກ່າວຟ້ອງເລື່ອງ​ນີ້​ໃຫ້ກອງ​ກຳ​ລັງ​ຕິດ​ຕາມ​ການ​ຢຸດ​ຕໍ່​ສູ້​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດທີ່​ປະ​ຈຳ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ອິ​ສ​ຣາ​ແອນ​ກັບ​ຊີ​ຣີແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ