ນັກ​ທ່ອງ​ທ່ຽວກວ່າ 140 ຄົນ​​ໄດ້ອົບ​ພະ​ຍົບ​ອອກ​ຈາກ​ເຂດ​ປະ​ສົບ​ໄພ​ເມືອງ​ມ້າວ​ຊຽນ​ແລ້ວ
2017-06-25 14:43:41  cri 
ເວ​ລາ 23 ໂມງ​ຂອງວັນ​ທີ 24 ມິ​ຖຸ​ນາ​ນີ້, , ທ່ານ​ສູ​ຈື່​ເວີນ ຮອງ​ເຈົ້າ​ຄອງ​ກິ່ງ​ແຂວງ ກຳ​ມະ​ການ​ປະ​ຈຳ​ຄະ​ນະ​ພັກ​ກິ່ງ​ແຂວງ​ເຜົ່າ​ຕິ​ເບດ​ເຜົ່າ​ຊຽງອາ​ປ້າ​ເມືອງມ້າວ​ຊຽນ​ໄດ້​ຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ ​ຢູ່ສູນ​ບັນ​ຊາ​ການ​ກູ້​ໄພ​ເຂດ​ປະ​ສົບ​ໄພ​ດິນ​ພູ​ເຈື່ອນ​ເມືອງ​ມ້າວ​ຊຽນ ແຂວງ​ເສ​ສ​ວນ ສ​ປ ຈີນວ່າ, ເນື່ອງ​ຈາກ​ສະ​ຖານ​ທີ່​ເກີດ​ເຫດ​ດິນ​ພູ​ເຈື່ອນ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແລະຕາມ​ໄດ້​ຊາບ​, ກ່ອນ​ເກີດ​ໄພ​ທຳ​ມະ​ຊາດ​ດັ່ງ​ກ່າວ, ມີ​ນັກ​ທ່ອງ​ທ່ຽວ 142 ຄົນ​ກຳ​ລັງ​ທ່ຽວ​ຢູ່​ເຂດ​ດັ່ງ​ກ່າວ ແລະ​​ໃນ​ເບື້ອງ​ຕົ້ນ, ນັກ​ທ່ອງ​ທ່ຽວ​​ຈຳ​ນວນ​ນີ້​ກໍ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແລ້ວ.

ນອກ​ນີ້, ​ອົງ​ການ​ປົກ​ຄອງ​ເມືອງ​ດັ່ງ​ກ່າວ​ສາ​ມາດ​ເກັບ​ກຳຂໍ້​ມູນ​ພື້ນ​ຖານ​ຂອງ​ຜູ້​ຫາຍ​ສາບ​ສູນ ຈາກ​ໄພ​ພິ​ບັດ​ແລ້ວ 118 ຄົນ ແລະ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ດັ່ງ​ກ່າວ​ຢູ່​ເວັບ​ໄຊ​ອົງ​ການ​ປົກ​ຄອງ​ກິ່ງ​ແຂວງ​ເຜົ່າ​ຕິ​ເບດ​ເຜົ່າ​ຊຽງ​ອາ​ປ້າ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ