ເລ​ຂາ​ທິ​ການ​ໃຫຍ່​ສ​ປ​ຊ​ສະ​ແດງ​ຄວາມ​ເຫັນ​ໃຈຕໍ່​ຜູ້​ເຄາະ​ຮ້າຍ​ຈາກ​ເຫດ​ການ​ດິນ​ພູ​ເຈື່ອນ​ຢູ່​ແຂວງ​ເສ​ສວນ​ຈີນ
2017-06-25 15:02:32  cri 
​ເຫດ​ດິນ​ພູ​ເຈື່ອນ​ຢູ່​ເມືອງ​ມ້າວ​ຊຽນ ແຂວງ​ເສ​ສວນ ສ​ປ ຈີນ​ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ນັ້ນ, ທ່ານອານ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ໂດຍ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ປະ​ຊາ​ຊົນ​ແລະ​ລັດ​ຖະ​ບານ​ຈີນ ທັງ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບຈາກ​ເຫດ​ດັ່ງ​ກ່າວ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ທ່ານ​ກູ​ເຕີ​ເຣັ​ສ​ຂໍ​ອວຍ​ພອນ​ໃຫ້​ຜູ້ບ​າດ​ເຈັບ​ຈົ່ງ​​ກັບ​ຄືນ​ສຸ​ຂະ​ພາບ​​ປົກ​ກະ​ຕິໂດຍ​ໄວ​ແລະຫາກ​ມີ​ຄວາມ​ຕ້ອງ​ການ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກໍ​ຍິນ​ດີ​ສະ​ໜັບ​ສະ​ໜູນ​ຈີນ​​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.

ທັງ​ນີ້​ໃນຕອນ​ເຊົ້າ​ວັນ​ທີ 24 ມິ​ຖຸ​ນາ​ນີ້, ຢູ່​ເມືອງ​ມ້າວ​ຊຽນ​ກິ່ງ​ແຂວງ​ອາ​ປ້າ​ແຂວງ​ເສ​ສວນ​ໄດ້​ເກີດ​ດິນ​ພູ​ເຈື່ອນ​ກະ​ທັນ​ຫັນ ເຊິ່ງ​ເຮັດ​ໃຫ້ 120 ກວ່າ​ຄົນ​ຖື​ກ​ຝັງ​ໃຕ້​ດິນ. ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ພົບ​ຜູ້​ເສຍ​ຊີ​ວິດແລ້ວ 15 ​ສົບ. ຫຼັງ​ເກີດ​ໄພ​ພິ​ບັດ​, ແຂວງ​ດັ່ງ​ກ່າວ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ສຸກ​ເສີນ​ກູ້​ໄພ​ທຳ​ມະ​ຊາດ​ລະ​ດັບ 1 ໂດຍ​ສຸມ​ທຸກກຳ​ລັງ​ເຂົ້າ​ໄປ​ກູ້​ໄພ​ຢ່າງ​ຮີບ​ດ່ວນ​ ເຊິ່ງ​ປັດ​​ຈຸ​ບັນ​ເຈົ້າ​ໜ້າ​ທີ່​ກູ້​ໄພ 1000 ກວ່າ​ຄົນ​ແລະ​ລົດ​ກູ້​ໄພ 150 ກວ່າ​ຄັນ​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ກູ້​ໄພ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ ແລະ​ໄດ້​ຊ່ວຍ 3 ຄົນ​ອອກ​ມາ​ໄດ້​ແລ້ວ ທັງ​ອົບ​ພະ​ຍົບ 320 ຄົນ​ໄປ​ບ່ອນ​ປອດ​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ