ລັດ​ຖະ​ບານ​ຊີ​ຣີ​ປ່ອຍ​ຕົວນັດ​ໂທດ 672 ຄົນ
2017-06-25 15:10:52  cri 
ລັດ​ຖະ​ບານ​ຊີ​ຣີ​ຖະ​ແຫຼງ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ວ່າ: ໄດ້​ປ່ອຍ​​ປະ​ຊາ​ຊົນ​ຊີ​ຣີ 672 ຄົນ​ທີ່​ຖືກ​ຂັງ​ເພື່ອ​ເປົ້າ​ໝາຍ​ສ້າງ​ຄວາມ​ປອງດອງ​ພາຍ​ໃນ​ຊາດ.

ຂ່າວ​ສານ​ຊີ​ຣີ​ລາຍ​ງານ​ວ່າ: ທ່ານ​ຮີ​ຊາມ ອັນ​ຊາ​ອາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຊີ​ຣີ​ໄດ້​ພົບ​ປະ​ກັບ​ຜູ້​ຖືກ​ປ່ອຍ​ຕົວ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ຢູ່​ນະ​ຄອນຫຼວງ​ດາ​ມັ​ສ ທັງ​​ກ່າວວ່າ  ​ຜູ້​ທີ່​ໄດ້​ຮັບ​ການ​ປ່ອຍ​ຕົວ​ເຫຼົ່າ​ນີ້​ມາ​ຈາກຫຼາຍ​ເຂດ​ແຂວງ​ໃນ​ປະ​ເທດ, ໃນ​ນີ້ ມີ 588 ຄົນ,ຍິງ 91ຄົນ ​ຖືກ​ຂັງຢູ່​ຄຸກ​​ສູນ​ກາງ​ນະ​ຄອນຫຼວງ​ດາ​ມັ​ສ.

ທ່ານ​ຊາ​ອາ​ກ່າວ​ວ່າ: ການ​ທີ່​ປ່ອຍ​ຕົວນັກ​ໂທດ​ເຫຼົ່າ​ນີ້ກໍ​ເພື່ອ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ແພງ​ຕໍ່​ປະ​ຊາ​ຊົນ​ແລະ​ເພີ່ມ​ທະ​ວີ​​ການ​ສ້າງຄວາມ​ປອງດອງ​​ພາຍ​ໃນຊ​າດ ທັງ​ເປີດ​ໂອ​ກາດ​ໃຫ້​​ພວກ​ເຂົາ​ກັບ​ຄືນ​​ມາ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ​ອຸ​ທິ​ຕົນ​ເຂົ້າ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ.

ຝ່າຍ​ຄ້ານ​ຊີ​ຣີ​ອ້າງວ່າ: ນັບ​ແຕ່​ເກີດ​ວິ​ກິດ​ການ​ຊີ​ຣີ​ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ໄດ້​ກັກ​​ຊາວ​ຊີ​ຣີ​ນັບ​ເປັນ​ພັນ​ເປັນ​ໝື່ນ ແລະ​ຝ່າຍ​ຕົນ​​ກໍໄດ້​ຮຽກ​ຮ້ອງ​ມາຫຼາຍ​ເທື່ອ​ແລ້ວ​ໃຫ້​ລັດ​ຖະ​ບານ​ປ່ອຍ​ຕົວ​ຄົນ​ເຫຼົ່າ​ນີ້​ແລະໃນ​ຊຸມ​ປີມໍ່ໆ​ມາ​ນີ້, ລັດ​ຖະ​ບານ​ກໍໄດ້​ປ່ອຍ​ນັກ​ໂທດຢູ່​ແຫ່ງ​ຕ່າງໆ​​ເປັນຈຳ​ນວນຫຼາຍ​ມາ​ແລ້ວຫຼາຍ​ເທື່ອ​ເພື່ອ​ສົ່​ງ​ເສີມ​​ການ​ສ້າງຄວາມ​ປອງດອງ​ພາຍ​ໃນ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ