ປະ​ທ​າ​ນາ​ທິ​ບໍ​ດີ​ອາ​ຟ​ກາ​ນິ​ສະ​ຖານ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຢາມ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ
2017-06-25 17:19:23  cri 

ວັນ​ທີ 24 ມິ​ຖຸ​ນາ​ນີ້, ​ຢູ່ນະ​ຄອນ​ຫຼວງ​ກາ​ປູນ​ປະ​ເທດ​ອາ​ຟ​ກາ​ນິສະ​ຖານ, ທ່ານ​ອາ​ສ​ຣາ​ຟ ກາ​ນີ​ ປະ​ທາ​ນາ​ທິ​ບໍ​ດີໄດ້​ຕ້ອນ​ຮັບ​ເຂົ້າ​ຢ້ຽມ​ຢາມ​ຂອງທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​​ໃນ​ໂອ​ກາດ​ເດີນ​ທາງຢ້ຽມ​ຢາມ​​ປະ​ເທດ​ດັ່ງ​ກ່າວ.

ທ່ານ​ກາ​ນີ​ກ່າວ​ວ່າ, ປະ​ຊາ​ຊົນ​ອາ​ຟ​ກາ​ນິ​ສະ​ຖານ​ຖື​ຈີນ​ເປັນ​ປະ​ເທດ​ໃກ້​ຄ​ຽງ​ທີ່​ດີ​ທັງ​ແມ່ນ​​ເພື່ອນ​ມິດ​ທີ່​ດີ​ທີ່​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ. ​ເນື່ອງ​ຈາກ​ປະ​ເທດ​ຕົນ​ແມ່ນ​ປະ​ເທດອັນ​ສຳ​ຄັນ​​ທີ່​ເຊື່ອມ​ຕໍ່ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ແລະ​​ແລວ​ທາງເສດ​ຖະ​ກິດ​ຈີນ​ປາ​ກິສ​ຖານ, ​ຈຶ່ງຍິນ​ດີ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ​ພະ​ລັງ​ງານໄຟ​ຟ້າ, ​ຄົມ​ມະ​ນາ​ຄົມ​ເປັນ​ຕົ້ນ. ​ຂະ​ນະ​ດຽວ​ກັນ​ກໍ​ຈະ​ສືບ​ຕໍ່​ປາບ​ປາມ​ອິດ​ທິ​ກຳ​ລັງ​​ກໍ່​ການ​ຮ້າຍ​ຂະ​ບວນ​ການ​ອີ​ສ​​ຣາມ​ຕວກ​ກີຕ​າ​ເວັນ​ອອກ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຮ່ວມ​ຂອງ​ສອງ​ຝ່າຍ. ​ພ້ອມ​ນີ້ລັດ​ຖະ​ບານ​ອາ​ຟ​ກາ​ນິສ​ຖານ​ຈະ​ອອກແຮງ​​ສ້າງ​ຄວາມ​ປອງດອງ​ພາຍ​ໃນ​ປະ​ເທດ​ດ້ວຍການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ. ​ການຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ກັບ​ປະ​ເທດ​ໃກ້​ຄຽງ​ແມ່ນ​ເປົ້າ​ໝາຍການ​ຕ່າງ​ປະ​ເທດ​ທີ່ສຳ​ຄັນ​ເຊິ່ງ​ກໍ​ພ້ອມ​ປົວ​ແປງ​ການ​ພົວ​ພັນ​ກັບ​ປາ​ກິສ​ຖານ, ​ໂດຍກ່ອນ​ອື່ນ​ໝົດ, ສອງ​ຝ່າຍ​ຕ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ.

ທ່ານ​ວາງ​ອີ້​ກ່າວ​ວ່າ, ​ຈີນ​ສະ​ໜັບ​ສະ​ໜູນ​​​ການ​ສ້າງຄວາມ​ປອງດອງ​ແລະຂະ​ບວນ​ການ​ສ້າ​ງເສດ​ຖະ​ກິດ​ຄືນ​ໃໝ່​​ຂອງ​ປະ​ເທດ​ອາ​ຟ​ກາ​​ນິ​ສະ​ຖານ, ສະ​ໜັບ​ສະ​ໜູນ​ອາ​ຟ​ກາ​​ນິ​ສະ​ຖານ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​​​ການ​ຮ່ວມ​ມື​ດ້ານເສດຖະ​ກິດ​ພາກ​ພື້ນ​​ແລະ​ການ​ເຊື່ອນ​ຈອດ​ກັນ. ​ທັງ​ພ້ອມເປີດກວ້າງ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງພາຍ​ໃ​ຕ້ຂອບ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ