ປະ​ຊາ​ຊົນ​ສ.ເກົາຫຼີສະ​ແດງ​ພະ​ລັງ​​ປະ​ທ້ວງ​ຢູ່ໃກ້​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ສ.ເກົາ​ຫຼີ
2017-06-25 17:31:55  cri 

ຕອນ​ບ່າຍ​ວັນ​ທີ 24 ມິ​ຖຸ​ນາ​ນີ້, ປະ​ຊາ​ຊົນສ.ເກົາຫຼີຫຼາຍ​ພັນ​ຄົນ​​ໄດ້ໂຮມ​ຊຸມ​ນຸມ​​ຢູ່​ໃຈ​ກາງ​ນະ​ຄອນ​ຫຼວງ​ເຊ​ອູນ ​ສ.ເກົາ​ຫຼີ, ​ເພື່ອຮຽກ​ຮ້ອງ​​ໃຫ້ຢຸດ​​ຕິດ​ຕັ້ງ​ແລະ​ຖອນ​ລະ​ບົບ​ທັດທັນ​ທີ. ພາຍ​ຫຼັງໂຮມ​ຊຸມ​ນຸມ, ປະ​ຊາ​ຊົນ​ຍັງ​ຮ້ອງ​ຄຳ​ຂ​ວັນ, ຈັດ​ກິດ​ຈະ​ກຳ​ສະ​ແດງ​ກຳ​ລັງ​ຢູ່​ບໍ​ລິ​ເວນ​ອ້ອມ​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ສ.ເກົາ​ຫຼີ.

​ຜູ້​ຈັດ​ຕັ້ງ​ການ​ໂຮມ​ຊຸມ​ນຸມ​ຄາດ​ວ່າ, ​ໃນ​ມື້​ດັ່ງ​ກ່າວ, ປະ​ຊາ​ຊົນ 3000 ຄົນ​ໄດ້​ເຂົ້າ​ຮ່ວມໂຮມ​ຊຸມ​ນຸມ​​ຕໍ່​ຕ້ານ​ລະ​ບົບ​ທັດ. ​ໂດຍ​ການ​ຮ້ອງ​ຄຳ​ຂວັນ​ແລະ ຮຽກ​ຮ້ອງ​ລັດ​ຖະ​ບານ​ຢຸດ​ຕິດ​ຕັ້ງລະ​ບົບ​ທັດ​ທັນ​ທີ. ​ສ່ວນການຈ​ລະ​ຈາ​ລະ​ຫວ່າງ​ປະ​ມຸກ​ລັດ​ສ.ເກົາ​ຫຼີ-ອາ​ເມ​ລິ​ກາຈະ​ຈັດ​ຂຶ້ນ​ໃນ​ມໍ່ໆ​ນີ້​ກໍຄວນ​ປຶກ​ສາ​ຫາ​ລື​ບັນ​ຫາ​ດັ່ງ​ກ່າວ​ນີ້ຄືນ​ໃໝ່.

ໃນ​ໂອ​ກາດ​ນີ້, ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຈະ​ຢ້ຽມ​ຢາມແລະ​ຈະ​ ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ນັ້ນ, ມີ​ບົດ​ວິ​ເຄາະ​ເຫັນ​ວ່າ, ການ​ທີ່ປະ​ຊາ​ຊົ​ນສ.ເກົາຫຼີ​​ໂຮມ​ຊຸມ​ນຸມ​ກ່ອນ​ການ​ພົບ​ປະ​ເຈ​ລະ​ຈາ​​ລະ​ຫວ່າງປະ​ມຸກ​ລັດ​ສອງ​ປະ​ເທດ​ເພື່ອ​ສະ​ແດງ​​ຈຸດ​ຢືນ​ທີ່​ເດັ່ດ​ດ່ຽວ​ໃນ​ການຄັດ​ຄ້ານ​ການ​ຕິດ​ຕັ້ງ​ລະ​ບົບ​ທັດ​ຢູ່​ປະ​ເທດ​ຂອງ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ