ປະ​ຊາ​ຊົນ​ 15 ຄົນ​ທີ່​ຂາດ​ການ​ຕິດ​ຕໍ່​ກັບ​ພາຍນອກຈາກ​ເຫດພູ​ເຈື່ອນ​ຢູ່ເມືອງ​ມ້າວ​ຊ້ຽນ​ປອດ​ໄພ​ແລ້ວ
2017-06-26 11:51:23  cri 
ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 25 ມິ​ຖຸ​ນາ​ນີ້, ກອ​ງ​ບັນ​ຊາ​ການ​ກູ້​ໄພ​ແລະ​ຊ່ວຍ​ເຫຼືອ​​ຜູ້​ເຄາະ​ຮ້າຍ​ຈາກ​ເຫດພູ​ເຕຍ​ຊີ່​​​ເຈື່ອນ​ຄັ້ງ​ຮ້າຍ​ແຮງຢູ່ເມືອງ​ມ້າວ​ຊ້ຽນ​ແຂວງ​ເສ​ສວນ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້ໄດ້​ໃຫ້​ຮູ້​ວ່າ: ໃນ​ ​ລາຍ​ຊື່​ຜູ້​ຂາດ​ການ​ຕິ​ດ​ຕໍ່​ກັບ​ພາຍນອກ​ 118 ຄົນ​ທີ່​ເປີດ​ເຜີຍ​ໃນ​ເມື່ອ​ກ່ອນ​ນັ້ນ ໄດ້​ຮັບ​ການ​ຢັ້ງຢືນ​ແລ້ວ​ວ່າ​ມີ 15 ຄົນ​ປອດ​ໄພ​ແລ້ວ.

ທ່ານ ​ຊູ​ຈື່​ເວີນ ຮອງ​ເຈົ້າ​ຄອງ​ປະ​ຈຳການກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕິ​ເບດ​ເຜົ່າ​ຊຽງ​ອ່າ​ປ້າ​ແຂວງ​ເສ​ສວນ ສ​ປ ​ຈີນ​ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ວ່າ: ​ຂ້ອນ​ແຈ້ງວັນ​ທີ 25 ມິ​ຖຸ​ນາ​ນີ້, ​ເວັບ​ໄຊ​​ກິ່ງ​ແຂວງ​ອ່າ​ປ້າ​​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ ແລະ​ເບີ​ໂທລະ​ສັບ​ຂອງ​ຜູ້​ທີ່​ຂາດ​ກາ​ນ​ຕິດ​ຕໍ່​ກັບ​ພາຍນອກ​​ໄດ້​ທັນ​ທີ ​ທັງ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ຄົ້ນ​ຫາ​ຜູ້​ຂາດ​ການ​ຕິ​ດ​ຕໍ່​ກັບ​ພາຍນອກ​ຢ່າງ​ເລັ່ງ​ດ່ວນ​ແລະ​ຫຼັງ​ໄດ້ຕິ​ດ​ຕໍ່​ກັບ​ພີ່​ນ້ອງ​ຂອງ​ຜູ້​ປະ​ສົ​ບ​ໄພ, ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ໄດ້​ກວດ​ຂໍ້​ມູນ​ຂອງ​ຄົນ​ທີ່​ຂາດ​ການ​ຕິດ​ຕໍ່​ກັບ​ພາຍນອກຈົນ​ມາ​ເຖິງ​ເວ​ລາ 14 ໂມງ​ຂອງວັນ​ທີ 25 ມິ​ຖຸ​ນາ​ນີ້, ​ຈຶ່ງ​ສາ​ມາດ​ຢັ້ງ​ຢືນ​ໄດ້​ວ່າຜູ້​ຂາດ​ການ​ຕິ​ດ​ຕໍ່​ກັບ​ພາຍນອກ​ 15 ຄົນມີ​ຄວາມ​ປອດ​ໄພ​ແລ້ວ.

ຕອນ​ເຊົ້າ​ວັນ​ທີ 24 ມິ​ຖຸ​ນາ​ນີ້, ເມືອງ​ມ້າວ​ຊ້ຽນ​ກິ່ງ​ແຂວງ​ດັ່ງ​ກ່າວ​ໄດ້​ເກີດ​ເຫດ​ພູ​ເຈື່ອນ​ຢ່າງ​ກະ​ທັນ​ຫັນ ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ 120 ຄົນ​ຖືກ​​ຖົມ ແລະປັດ​ຈຸ​ບັນ,ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ພົບ​ຜູ້​ເສຍ​ຊີ​ວິດ​ແລ້ວ 15 ສົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ