ກອງ​ທັບ​ລັດ​ຖະ​ບານ​ຟີ​ລິ​ບ​ປິນ​ປະ​ກາດ​ຢຸດ​ຍິງ​ຢູ່​ເມືອງ​ມາ​ລາ​ວີ 8 ຊົ່ວ​ໂມງ
2017-06-26 17:10:18  cri 
ວັນ​ທີ 25 ມິ​ຖຸ​ນາ​ນີ້, ກອງ​ທັບ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ອອກ​ມາ​ປະ​ກາດ​ຢຸດ​ການ​ເຄື່ອນ​ໄຫວກວາດ​ລ້າງ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ຢູ່​ເມືອງ​ມາ​ລາ​ວີ​ເປັນ​ເວ​ລາ 8 ຊົ່ວ​ໂມງ ເພື່ອ​ຕ້ອນ​ຮັບ​ມື້​ສຸດ​ທ້າຍ​ຂອງ​ບຸນ​ຖື​ສິນ​ອົດ.

ຕາມ​ແຜນ​ການ,ການ​ຢຸດ​ຍິງ​ຈະ​ເລີ່ມ​ແຕ່​ເວ​ລາ 6 ໂມງ​ເຊົ້າ​ຫາ 14 ໂມງ​ແລງ ໂດຍ​ທ່ານ ກາ​ວິ​ສ໌ ຜູ້​ບັນ​ຊາ​ການ​ຖານ​ທັບ​ເກາະ​ມິນ​ດາ​ນາວ​ຕາ​ເວັນ​ຕົກ​ຂອງກອງ​ທັບ​ຟີ​ລິບ​ປິນ​ກ່າວ​ວ່າ: ການ​ທີ່ກອງ​ທັ​ບ​ລັດ​ຖະ​ບານ​ຢຸດ​ຍິງ​ພຽງ​ຝ່າຍ​ດຽວ​ຄັ້ງ​ນີ້​ເພື່ອ​ມະ​ນຸດ​ສະ​ທຳ​ອີກ​ຄັ້ງ​ໜຶ່ງ​ທັງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ "ຄວາມ​ເຄົາ​ລົບ​ຂອງ​ພວກ​ເຮົາ​ຕໍ່​ບຸນ​ຂອງ​ຊາວ​ມຸ​ສ​ລິມ".

ທ່ານ ກາ​ວິ​ສ໌ ກ່າວ​ໂດຍ​ອ້າງ​ຕາມ​ການ​ລາຍ​ງານ​ວ່າ: ປັດ​ຈຸ​ບັນ,ຢູ່​ເມືອງ​ມາ​ລາ​ວີ​ຍັງ​ມີ​ຜູ້​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ປະ​ມານ 150 ຄົນ. ຂະ​ນະ​ທີ່​ຍັງ​ມີ​ປະ​ຊາ​ຊົນ​ປະ​ມານ 100 ຄົນ​ລວມ​ທັງ​ຜູ້​ເຖົ້າ​ແລະ​ເດັກ​ນ້ອຍ​ຖືກ​ຜູ້​ປະ​ກອບ​ອາ​ວຸດ​ຈັບ​ເປັນ​ຕົວ​ປະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ