ຕົ້ນ​ເດືອນ​ໜ້າ​ຈະ​ເປີດ​ເສັ້ນ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ຈາກ​ຈຸ່ງ​ກິ່ງ​ສູ່​ບາງກອກ
2017-06-26 17:11:20  cri 
ຂະ​ແໜງ​ຄົມ​ມະ​ນາ​ຄົມນະ​ຄອນ​ຈຸ່ງ​ກິ່ງ ສ​ປ ຈີນ​ໃຫ້​ຮູ້​ວ່າ: ເດືອນ​ນ້າ ນະ​ຄອນ​ຂອງ​ຕົນ​ຈະ​ປ່ອຍ​ລົດ​ຂົນ​ສົ່ງ​ສິນ​ຄ້າ​ເສັ້ນ​ທາງ​ສາຍ​ກາງ​ຂອງ​ເສັ້ນ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ອາ​ຊຽນ, ຂະ​ນະ​ທີ່​ທ້າຍ​ປີ​ນີ້​ແລະ​ຕົ້ນ​ປີ​ໜ້າ, ຈະ​ປ່ອຍ​ລົດ​ຂົ​ນ​ສົ່ງ​ສິນ​ຄ້າ​ເສັ້ນ​ທາງ​ສາຍ​ຕາ​ເວັນ​ຕົກ​ຂອງ​ເສັ້ນ​ທາງ​ດັ່ງ​ກ່າວ​ຕື່ມ​ອີກ ເພື່ອ​ຂະ​ຫຍາຍ​ໄປ​ສູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ແລະ​ນະ​ຄອນ​ຢາງ​ກຸ້ງ​ສະ​ຫະ​ພາບ​ມຽນ​ມາ.

ຂ່າວ​ແຈ້ງວ່າ: ເສັ້ນ​ທາງ​ການ​ແລ່ນ​ລົດ​ຂົນ​ສົ່ງ​ສິນ​ຄ້າ​ສາຍ​ກາງ​ຂອງ​ເສັ້ນ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ອາ​ຊຽນ​ທີ່​ມີ​ຄວາມ​ຍາວ 2.800 ກິ​ໂລ​ແມັດ​ແລະ​ໃຊ້​ເວ​ລາ​ເດີນ​ທາງ​ໄປ-ກັບ 6 ຊົ່ວ​ໂມງ​ຈາກ​ນານ​ເພີງ​ນະ​ຄອນ​ຈຸ່ງ​ກິ່ງ-ບໍ່​ຫານ​ແຂວງ​ຢຸນ​ນານ ສ​ປ ຈີນ-ວຽງ​ຈັນ ສ​ປ​ປ ລາວ-ບາງກອກ​ປະ​ເທດ​ໄທ ເຊິ່ງ​ເມື່ອ​ທຽບ​ໃສ່​ການ​ຂົນ​ສົ່ງ​ໄປ-ກັບ​ທາງ​ທະ​ເລ​ທີ່​ຕ້ອງ​ໄດ້​ໃຊ້​ເວ​ລາ 30 ວັນ​ນັ້ນ ຖື​ວ່າ​ສາ​ມາດ​ປະ​ຢັດ​ເວ​ລາ​ໄດ້​ດີ​ທີ່​ສຸດ. ສ່ວນ​ເສັ້ນ​ທາງ​ສາຍ​ຕາ​ເວັນ​ຕົກ​ຈະ​ເລີ່ມ​ຈາກ​ນານ​ເພີງ​ນະ​ຄອນ​ຈຸ່ງ​ກິ່ງ-ຣຸ້ຍ​ລີ້​ແຂວງ​ຢຸນ​ນານ ສ​ປ ຈີນ-ນະ​ຄອນ​ຢາງ​ກຸ້ງ​ສະ​ຫະ​ພາບ​ມຽນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ