ເກີດ​ເຫດ​ໄຟ​ໄໝ້​ລົດ​ຂົນ​ສົ່ງ​ນ້ຳ​ມັນ​​ຢູ່​ປາ​ກິສະ​ຖານ​ເຮັດ​ໃຫ້ 140 ຄົນ​ເສຍ​ຊີ​ວິດ
2017-06-26 14:45:30  cri 

ຕາມ​ຂ່າວ CRI: ສື່ມວນ​ຊົນ​ປາ​ກິ​ສະ​ຖານ​ລາຍ​ງານ​ໃນ​ວັນ​ທີ 25 ມິ​ຖຸນ​າ​ນີ້​ວ່າ, ​ຫຼັງ​ລົດ​ຂົນ​ສົ່ງ​ນ້ຳ​ມັນ​ຂວ້ຳ​ແລ້ວ​ເກີດ​ໄຟ​ໄໝ້​ຢູ່​ເຂດ​ບາ​ຮາ​ວານປູ​ແຂວງ​ປັນ​​ຈາບ​ປະ​ເທດ​ປາ​ກິ​ສະ​ຖານ​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 140 ຄົນ​ແລະບາດ​ເຈັບ 100 ກວ່າ​ຄົນ​, ແນວ​ໃດ​ກໍ​ດີ​ຄາ​ດ​ວ່າຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້ນ​ອີກເນື່ອງ​ຈາກ​ຍັງ​ມີ​ຜູ້​ບາດ​ເຈັບ​ສາ​ຫັດ​ຈຳ​ນວນ​ໜຶ່ງ.

ຜູ້​ເຫັນ​ເຫດ​ການ​​ເວົ້າ​ວ່າ, ອຸ​​ບັດ​ຕິ​ເຫດ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ເວ​ລາ 6:30 ໂມງ​ເຊົ້າ​ວັນ​ທີ 25 ມິ​ຖຸ​ນາ​ນີ້​​ໂດຍ​ເກີດ​ຈາກລົດ​ຂົນ​ສົ່ງ​ນ້ຳ​ມັນ​ຄັນດັ່ງ​ກ່າວ​ລໍ້​ແຕກ, ​ຂະ​ນະ​ທີ່ປະ​ຊາ​ຊົນ​ຫຼາຍ​ຄົນ​​ຂີ່​ລົດ​ຈັກໄປ​ບ່ອນ​ເກີດ​ເຫດ, ແລະ​ຕົ່ງ​ນ້ຳ​ມັນ​ທີ່​ໄຫຼອອກນັ້ນ​, ລົດ​ຄັນດັ່ງ​ກ່າວ​ກໍ​ເກີດ​ໄຟ​ໄໝ້​ຢ່າງ​ກະ​ທັນ​ຫັນ​ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ເປັນ​ຈຳ​ນວນ​ຫຼາຍ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ປາ​​ວິ​ສະ​ຖານ​ເປີດ​ເຜີຍ​ວ່າ, ​ເຫດ​ດັ່ງ​ກ່າວ​ຍັງ​ເຮັດ​ໃຫ້​ລົດ​ຈັກ 75 ຄັນ​ແລະ​ລົດ​​ໃຫຍ່ 6 ຄັນ​ຖືກ​​ເສຍ​ຫາຍ​ເຊິ່ງ​ກໍລວມ​ເອົາ​ລົດ​ຕຳ​ຫຼວດ​​ໜຶ່ງຄັນ​ນຳ​ດ້ວຍ.

ປັດ​ຈຸ​ບັນ, ​ເຈົ້າ​ໜ້າ​ທີ່​ພວມ​ສືບ​ສວນ​ຫາສາ​ເຫດ​ພາ​ໃຫ້​ເກີດ​ໄຟ​ໄໝ້​ດັ່ງ​ກ່າວ. ​ຂະ​ນະ​ທີ່ສື່ມວນ​ຊົນ​ລາຍ​ງານ​ວ່າ, ອາດ​ຈະ​ເກີດ​ຈາກ​ປະ​ຊາ​ຊົນ​ຖິ້ມ​ກິດກອກ​ຢາ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ