ກຳ​ປູ​ເຈຍ​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ສະ​ພາ​ທ້ອງ​ຖິ່ນ​ຢ່າງ​ເປັນ​ທາງ​ການ
2017-06-26 15:57:59  cri 
ຕາມ​ຂ່າວ CRI: ກຳ​ປູ​ເຈຍ​ອອກ​ມາ​ປະ​ກາດ​ຜົນການ​ເລືອກ​ຕັ້ງ​ສະ​ພາ​ທ້ອງ​ຖິ່ນ​ຄັ້ງ​ທີ 4 ຢ່າງ​ເປັນ​ທາງ​ການແລ້ວ​ໃນ​ວັນ​ທີ 25 ມິ​ຖຸ​ນາ​ນີ້, ​ໂດຍ​ພັກ​ປະ​ຊາ​ຊົນ​ເຊິ່ງ​ເປັນ​ພັກ​ກຳ​ອຳ​ນາດ​ທີ່​ນຳ​ໂດຍ​ທ່ານ​ຮຸນ​ແຊນ​ໄດ້​ຮັບ​ໄຊ​ຊະ​ນະ.

​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ປະ​ກາດ​​ວ່າ, ໃນ​ຈຳ​ນວນ​ບ່ອນນັ່ງ 11572 ​ບ່ອນ​ນັ່ງ​ນັ້ນ, ພັກ​ປະ​ຊາ​ຊົນ​ໄດ້ 6503 ບ່ອນ​ນັ່ງ, ພັກ​ກູ້​ຊາດ​ໄດ້ 5007 ​ບ່ອນ​ນັ່ງ, ພັກ​ຟູນ​ຊິນ​ເປັກ​ໄດ້ 28 ​ບ່ອນ​ນັ່ງ, ​ແລະພັກ​ສາ​ມັກ​ຄີ​ຊົນ​ຊາດ​ກຳ​ປູ​ເຈຍ​ໄດ້ 24 ​ບ່ອນ​ນັ່ງ.

ການ​ເລືອກ​ຕັ້ງ​ສະ​ພາ​ທ້ອງ​ຖິ່ນ​ຄັ້ງ​ທີ 4 ​ຢູ່​ກຳ​ປູ​ເຈຍ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້, ​ໂດຍມີ​12 ພັກ​ການ​ເມືອງເຂົ້າ​ຮ່ວມ​​ເລືອກ​ຕັ້ງ​. ຂະ​ນະ​ທີ່ໃນ​ທົ່ວ​ປະ​ເທ​ດມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ 7 ລ້ານ 8 ແສນ 6 ໝື່ນກວ່າ​ຄົນ, ໃນ​ນັ້ນ, ​ຢູ່​ນະ​ຄອນ​ພະ​ນົມ​ຫຼວງ​ເປັນ​ມີ 8 ແສນ 4 ໝື່ນກວ່າ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ