ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ຈີກ​-​ຫວຽດ​ນາມ
2017-06-26 16:07:11  cri 
ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື "ສັນ​ຕິ​ພາບ​​ໂລກ" ຄັ້ງ​ທີ 6 ທີ່​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຫົວ​ ສ​ປ ຈີນ​ໃນ​ວັນ​ທີ 25 ມິ​ຖຸ​ນາ​ນີ້, ທ່ານຫງວຽນ​ວູ​ຕຸງ ຫົວ​ໜ້າ​ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ສ້າງ​ໂອ​ກາດ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ານດິນ​ແດນ​ແລະ​ເລີ່ມຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ​​ແລະ​ຈີນ.

ທ່ານ​ຫງວຽນ​ວູ​ຕຸງກ່າວ​ວ່າ, "ການ​ຮ່ວມ​ມື​ຈະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ແລະຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈະ​ສ້າງ​ໂອ​ກາດ​ຮ່ວມ​ມື​​ກ​ຫັນຫຼາຍກວ່າ​ເກົ່າ", "ຄວາມ​ຂັດ​ແຍ້ງ​ດ້ານ​ດິນ​ແດນທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ, ຕ້ອງ​ການ​ຄວາມ​ພະ​ຍາ​ຍາມ​ໄລ​ຍະ​ຍາວ​ຈຶ່ງ​ສາ​ມາດ​ແກ້​ໄຂ​ໄດ້, ແຕ່​​ຜົນ​ສຳ​ເລັດ​ຂອງໂຄງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ສາ​ມາດ​ກາ​ຍ​ເປັນ​ແບບ​ຢ່າງ​ອັນ​ດີ​ງາມ, ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ​ສອງ​ປະ​ເທດ​ສາ​ມາດ​ຜ່າ​ນ​ຜ່າ​ສິ່ງ​ກີດ​ຂວາງ​ຍ້ອນ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ດິນ​ແດນ".

ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ວິງ​ເຕັນ​ທີ່​ຕັ້ງ​ຢູ່​ແຂວງ​ບິງ​ຖ້ວນ​ປະ​ເທດ​ຫວຽດ​ນາມ​ທີ່​ຈີນ​ແລະ​ຫວຽດ​ນາມ​ຮ່ວມ​ມື​ກໍ່​ສ້າງ​ນັ້ນ​ແມ່ນ​ໜຶ່ງ​ໃນ​ໂຄງ​ການ​ແບບ​ຢ່າງ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ​ແລະພາຍ​ຫຼັງ​ກໍ່​ສ້າງ​ແລ້ວ​ຈະສາ​ມາດ​ສະ​ໜອງ​ພະ​ລັງ​​ງານໄຟ​ຟ້າ 8 ຕື້​ກິ​ໂລ​ວັດ​ໂມງ​ຕໍ່​ປີ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ດັ່ງ​ກ່າວ. ​ຂະ​ນະ​ດຽວ​ກັນໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ດັ່ງ​ກ່າວ​ໄດ້​ສ້າງ​​ວຽກ​ເຮັດ​ງານ​ທຳໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ເປັນ​ຈຳ​ນວນ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ