ສາ​ສະ​ໜ​າ​ພຸດ​ຈີນ​ໄດ້​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ແລະ​ສະ​ແດງ​ຄວາມ​ໂອບ​ອ້ອມ​ອາ​ລີ (ວິ​ດີ​ໂອ)
2017-06-26 16:10:35  cri 

 

ຕາມ​ຂ່າວCRI: ເມື່ອ​ມໍ່​ໆ​ມາ​ນີ້, ນັກ​ຂ່າວ​ CRI, ໂທ​ລະ​ພາບ​ແຫ່ງ​ຊາດ​ອີ​ຕາ​ລີ, "ໜັງ​ສື​ພິມ​ສາ​ທາ​ລະ​ນະ​ລັດ" ອີ​ຕາ​ລີ, ຂ່າວ​ສານ​​ອີ​ຕາ​ລີ ພ້ອມ​ດ້ວຍ​ສື່ມວນ​ຊົນ​ແຂວງ​ເສ​ສວນຫຼາຍ​ແຫ່ງ​ໄດ້​ໄປ​ເກັບ​ກຳ​ຂ່າວ​ຢູ່​ວັດ​ຕ້າ​ໂຝ​ສານ​ຢ້ວນ ເພື່ອ​ຊອກ​ຮູ້​ສະ​ພາບ​ການ​ພັດ​ທະ​ນາ​ສາ​ສະ​ໜາ​ພຸດ​ຈີນ​ໃນ​ປັດ​ຈຸ​ບັນ.

ປັດ​ຈຸ​ບັນ, ສາ​ສະ​ໜາ​ພຸດ​ຈີນ​ພວມ​ໄດ້​​ຂະ​ຫຍາຍ​ໄປ​ສູ່​ໂລກ​ດ້ວຍ​ທ່າ​ທີ​​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ສະ​ແດງ​ຄວາມ​ໂອບ​ອ້ອມ​ອາ​ລີ  ເຊິ່ງ​ສາ​ສະ​ໜາ​ພຸດບໍ່​ພຽງ​ແຕ່​​ສືບ​ທອດ​ດ້ວຍ 3 ພາ​ສາ​ແລະ​ນິ​ກາຍ​ຕ່າງໆ​ພາຍ​ໃນ​ປະ​ເທດ​ຈີນ​ທີ່​ໄດ້​ຖອດ​ຖອນ​ບົດ​ຮຽນ​​ຮ່ວມກັນ​ເທົ່າ​ນັ້ນ, ຍັງ​ໄດ້​ຕັ້ງ​ໜ້າ​ແລກ​ປ່ຽນ​ກັບ​ສາ​ສະ​ໜາ​ພຸດ​ຂອງ​ຫຼາຍ​ປະ​ເທດ​ໃນ​ອາ​ຊີ​ແລະ​ເອີ​ລົບ ເຊິ່ງ​ແນວ​ຄິດ​ສັນ​ຕິ​ພາບ​ແລະ​ປອງດອງ​ກັນ​ຂອງ​ສາ​ສະ​ໜາ​ພຸດ​ໄດ້​ອຸ​ດ​ທິ​ສະ​ຕິ​ປັນ​ຍາ ແລະ​ເຫື່ອ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ. ວັດ​ຕ້າ​ໂຝ​ສານ​ຢ້ວນ​ຕັ້ງ​ຢູ່​ຕີນ​ພູ​ເອີ​ເໝີຍ ເຊິ່ງ​ເປັນ​ຂັ້ນ​ໄດ​ຂັ້ນ​ທຳ​ອິດ​ ແລະເປັນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ສາ​ສະ​ໜາ​ພຸດ​ພູ​ເອີ​ເໝີຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ