ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ​ອະ​ນຸ​ມັດ "ສົ່ງ​​ເກາະ​ດອນ" ​ຄືນ​ໃຫ້​ແກ່ແກ່​ອາ​ຣັບ​ບີ​ຊາ​ອຸ​ດິດ
2017-06-26 09:13:08  cri 
ເຈົ້​າ​ໜ້າ​ທີ່​ລັດ​ຖະ​ບານ​ເອ​ຢິບ​ຖະ​ແຫຼງ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ວ່າ, ໃນ​​ວັນ​ດັ່ງ​ກ່າວ, ທ່ານ​ອັບ​ເດວ ຟາ​ຕັດ ອານ-ຊີ​ຊີ ປະ​ທາ​ງາ​ທິ​ບໍ​ດີ​ເອ​ຢິບ​ໄດ້​​ລົງ​ນາມ​ໃນ​ຂໍ້​ຜູກ​ພັນ​ມອບ​ສິດ​ອະ​ທິ​ປະ​ໄຕ​ຂອງ​ເກາະ​ຕີ​ຣານ​ແລະ​ເກາະ​ຊາ​ນາ​ເຟີ​ໃຫ້​ອາ​ຣັບ​ບີ​ຊາ​ອຸ​ດິດ​ ແລ້ວຫຼັງ​ມີ​ການ​ຕົກ​ລົງ​ຂອງລັດ​ຖະ​ບານ​ສອງ​ປະ​ເທດ.

ສະ​ພາ​ແຫ່ງ​ຊາດປະ​ເທດ​ດັ່ງ​ກ່າວ​ໄດ້​ລົງ​ຄະ​ແນນ​ສຽງດ້ວຍ​ສ​ຽງ​ສ່ວນຫຼາຍ​ຮັບ​ຮອງ​ເລື່ອງ​ນີ້ ໃນ​ວັນ​ທີ 14 ມິ​ຖຸ​ນາ​ນີ້.

​ເກາະ​ຕີ​ຣານ​ແລະ​ເກາະ​ຊາ​ນາ​ເຟີຕັ້ງ​ຢູ່​ລະ​ຫວ່າງ​ກາງອ່າວ​ອາ​ກາ​ບາ​ແລະ​ທະ​ເລ​ແດງ ແລະ​ມີ​ທີ່​ຕັ້ງ​ທາງ​ພູມ​ສາດ​ທີ່​ສຳ​ຄັນ​ທີ່​ສຸດ. ​ຂະ​ນະ​ທີ່​ເມື່ອປີ 1923 ອາ​ຣັບ​ບີ​ຊາ​ອຸ​ດິດ​ໄດ້​ປະ​ກາດ​ສອງ​ເກາະ​ດັ່ງ​ກ່າວ​ເປັນ​ດິນ​ແດນ​ຂອງ​ຕົນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອັງ​ກິດ​ ແຕ່​ສອງ​ເກາະ​ດັ່ງ​ກ່າວ​ພັດ​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ເອ​ຢິບ​ພາຍຫຼັງ​ປີ 1950. ແນວ​ໃດ​ກໍ​ດີ ປັດ​ຈຸ​ບັນ, ​ເຈົ້າ​ໜ້າ​ທີ່​ທະ​ຫານ​ເອ​ຢິບ​ແລະ​ກອງ​ທະ​ຫານ​​ພ້ອມ​ດ້ວຍ​ນັກ​ສັງ​ເກດ​ການຫຼາຍ​ປະ​ເທດ​​ໄດ້ປະ​ຈຳ​ຢູ່​ເກາະ​ເຫຼົ່າ​ນີ້​.

ໃນ​ໂອ​ກາດ​ສົມ​ເດັດ​ຊານ​ມານ ເຈົ້າ​ຊີ​ວິດ​ອາ​ຣັບ​ບີ​ຊາ​ອຸ​ດິດເດີນ​ທາງ​ຢ້ຽມ​ຢາມ​ເອ​ຢິບ​ໃນ​ເດືອນ​ເມ​ສາ​ປີ 2016, ລັດ​ຖະ​ບານ​ສອງ​ປະ​ເທດ​ໄດ້​ບັນ​ລຸ​ຂໍ້​ຜູກ​ພັນ​ກ່ຽວ​ກັບ​ການ​ມອບ​ສິດ​ອະ​ທິ​ປະ​ໄຕ​ສອງ​ເກາະ​ດັ່ງ​ກ່າວ​ຄືນ​ໃຫ້​ອາ​ຣັບ​ບີ​ຊາ​ອຸ​ດິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ