ຈີນ​ກຽມ​ຍິງ​ສົ່ງຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ 5 ຢ໋າວ 2 ຕົ້ນ​ເດືອນ​ໜ້າ
2017-06-26 16:44:12  cri 
ພາຍຫຼັງ​ສຳ​ເລັດ​ວຽກ​​ເຕັກ​ນິກ​ຢູ່​ສະ​ໜາມ​ຍິງ​ສົ່ງ​ອະ​ວະ​ກາດ​ເຫວີນ​ຊ່າງ​ຈີນ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້​ແລ້ວ, ຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ 5 ຢ໋າວ 2 ທີ່​ຈະ​​ເຮັດ​ໜ້າ​ທີ່​ຍິງ​ສົ່ງ​ໄດ້ຂົນ​ສົ່ງ​​ເຖິງ​ຖານ​ຍິງ​ສົ່ງ​ແລ້ວ ແລະ​ກຽມ​ຈະ​ຫາ​ໂອ​ກາດ​ຍິງ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ລະ​ຫວ່າງວັນ​ທີ 2 ຫາ 5 ກໍ​ລະ​ກົດ​ໜ້າ​ນີ້.

ຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ 5 ຢ໋າວ 2 ເປັນ​ຈະຫຼວດ​ສົ່ງ​ຍານ​ທົດ​ລອງ​​ລຳ​ທີ​ 2 ຂອງ​ກິດ​ຈະ​ກຳ​ຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ​ 5 ແລະ​ຈະ​ບັນ​ທຸກ​ດາວ​ທຽມທີ່​ເຮັດ​ວຽກ​ຕົວ​ຈິງ​ໝາຍເລກ 18 ເພື່ອ​ພິ​ສູດ​ເຕັກ​ນິກ​​ຖານ​ດາວ​ທຽມ​ຂະ​ໜາດ​ໃຫຍ່​ຮຸ່ນ​ໃໝ່​ຂອງ "ຕຸ່ງ​ຝ່າງ​ຫົງ​ 5" ແລະ​ພິ​ສູດ​ເຕັກ​ນິກ​ຫຼາຍກໍ​ລະ​ນີຢູ່​ຕາມ​ວົງ​ໂຄ​ຈອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ