ໄທ​ທຳ​ລາຍ​ຢາ​ເສບ​ຕິດ​ໄດ້​ຫຼາຍກວ່າ9ໂຕນ
2017-06-27 10:23:14  cri 
ເນື່ອງ​ໃນ​ໂອ​ກາດ​ວັນ​​ສາ​ກົນ​ຕ້ານຢາ​ເສບ​ຕິດ​ ​​ໃນ​ປີນີ້, ປະ​ເທດ​ໄທ​ໄດ້​ທຳ​ລາຍ​ຢາ​ເສບ​ຕິດ​ປະ​ມານ9321ກິ​ໂລ.

ຕອນ​ເຊົ້າ​ວັນ​ທີ26ມິ​ຖຸ​ນາ​ນີ້, ຈາກ​ການ​ປະ​ສານ​ງານ​ຂອງ​ທະ​ຫານ​ແລະ​ຕຳຫຼວດ, ກະ​ຊວງ​ສາ​ທາ​ລ​ະ​ນະ​ສຸກ​ໄທ​ໄດ້​ທຳ​ລາຍຢາ​ເສບ​ຕິດ​ຢູ່​​ແຂວງອະ​ຍຸ​ທະ​ຍາ​​ຫ່າງ​ຈາກ​ນະ​ຄອນຫຼວງ​ບາງກອກ​ໄປ​ທາງ​ທິດ​ເໜືອ​ປະ​ມານ80ກິ​ໂລ​ແມັດ, ​ໃນ​ນີ້​ມີ​ ​ຢາອັນ​ເຟ​ຕາ​ມິນ7886ກິ​ໂລ, ຢາ​ໄອ​ສ໌1185ກິ​ໂລ, ​ເຮ​ໂຣ​ອິນ169ກິ​ໂລ​ແລະ​ຢາ​ເສບ​ຕິດ​ອື່ນໆ​ອີກຈຳ​ນວນ​ໜຶ່ງ.

ເນື່ອງ​ຈາກ​ເຂດ​ສາມຫຼ່ຽມ​ທອງ​ຄຳ​ເປັນ​ແຫຼ່ງ​ຜະ​ລິດ​ຢາ​ເສບ​ຕິດ, ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ໄທ​ໄດ້​ເກີດ​ຂະ​ບວນ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ຢ່າງ​ໜັກ​ໜ່ວງ. ທ່ານ​ວັນ​ໄຊ ​ຊາດ​ຕະ​ຍາ​ວຸ​ທິ​ພົງ, ຫົວ​ໜ້າ​ກົມ​ອາ​ຫານ​ແລະ​ຢາ​ແຫ່ງ​ຊາດ​ໄທ​ໃຫ້​ຮູ້​ວ່າ, ປີນີ້ປະ​ເທດ​​ຕົນ​ສາ​ມາດຍຶດ​ໄດ້​ແລະ​​ທຳ​ລາຍ​ຢາ​ເສບ​ຕິດ​ເທົ່າ​ກັບ47ເທົ່າ​ຂອງ​ປີ1977,ໃນ​ນັ້ນ​ອັນ​ເຟ​ຕາ​ມິນ​ແລະ​ຢາ​ໄອ​ສ໌​ມີ​ປະ​ລິ​ມານຫຼາຍ​ທີ່​ສຸດ, ​ຄືມີ​ປະ​ມານ68ໂຕນ, ຖັດ​ມາແມ່ນ​ຢາ​ຝິ່ນ28ໂຕນແລະເຮ​ໂຣ​ອິນ25ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ