ການ​ສະ​ໜອງນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ທົ່ວ​ໂລກຈະ​ສືບ​ຕໍ່ເກີນ​ຄວາມ​ຕ້ອງ​ການ
2017-06-27 10:42:39  cri 
ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ໂລກ2017ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້​ວ່າ: ການ​ພັດ​ທະ​ນາ​ພະ​ລັງ​ງານ​ໃນ​ທົ່ວ​ໂລກ​ໄດ້​ເຂົ້າ​ສູ່​ໄລ​ຍະ​ການ​ສະ​ໜອງນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ເກີນຄວາມ​ຕ້ອງ​ການ. ຫຼັງປັດ​ຈຸ​ບັນ, ບໍ​ລິ​ມາດ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ໃຕ້​ດິນ​ພ້ອມ​ປະ​ລິ​ມານ​ການ​ຜະ​ລິດ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ແຕ່​​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງການ​ບໍ​ລິ​ໂພກ​ພັດ​ຊັກ​ຊ້າ​ລົງ​ແລະ​ອາດ​ຈະ​ຕົກ​ຕ່ຳ​ລົງ​ກໍ​ເປັນ​ໄປ​ໄດ້. ​ແນວ​ໃດ​ກໍ​ດີ,ໃນຕໍ່​ໜ້າ, ການ​ສະ​ໜອງ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ຈະ​ສືບ​ຕໍ່​ເກີນຄວາມ​ຕ້ອງ​ການ ເຊິ່ງ​​ເລັ່ງ​ທວງໃຫ້​ສະ​ພາບ​ຕະຫຼາດນ້ຳ​ມັນ ​ແລະ​ແກັ​ສ​ທຳ​ມະ​ຊາດ​ໃນ​ທົ່ວ​ໂລກ​ຈະ​ປັບ​ປຸງ​ຄືນ​ໃໝ່.

ບົດ​ລາຍ​ງານ​ລະ​ບຸ​ວ່າ: ປັດ​ຈຸ​ບັນ, ການ​ສະ​ໜອງ​ນ້ຳ​ມັນ​ໃນ​ຕະຫຼາດ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ, ແຕ່​ຄວາມ​ຕ້ອງ​ການ​ບໍ່​ປ່ຽນ​ແປງ ອັນ​ເຮັດ​ໃຫ້​ນ້ຳ​ມັນຄ້າງສາງ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ