ວາງ​ສະ​ແດງ​ຜົນ​ສຳ​ເລັດ​ແຫ່ງ​ການ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຂອງ​ຮົງ​ກົງ​ຄົບ​ຮອບ 20 ປີ
2017-06-27 11:07:56  cri 
ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ງານ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ແຫ່ງ​ການ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຂອງ​ຮົງ​ກົງ​ຄົບ​ຮອບ 20 ປີ​---ຮ່ວມ​ຈິດ​ຮ່ວມ​ໃຈ​ບຸກ​ເບີກ​ເສັ້ນ​ທາງ​ພັດ​ທະ​ນາ,ກຳ​ໂອ​ກາດ​ໃໝ່​ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ພິ​ພິທະ​ພັນ​ແຫ່ງ​ຊາດ​ຈີນ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້​ໂດຍ​ທ່ານ​ຈ່າງ​ເຕີ​ຈ່ຽງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເຂົ້າ​ຮ່ວມ,ຂະ​ນະ​ທີ່​ທ່ານ​ຢາງ​ເຈ​ສື ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ແລະ​ທ່ານ​ລຽງ​ເຈີ້ນ​ຢິ່ງ ຜູ້​ວ່າ​ການ​ເຂດ​ບໍ​ລິ​ການ​ພິ​ເສດ​ຮົງ​ກົງ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ.

ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ເຊິ່ງ​ປະ​ກອບມີ 10 ພາກເຊັ່ນ "ປະ​ເທດ​ດຽວ​ ​ສອງ​ລະ​ບອບ", "ສະ​ພາບ​ລວມ​ຂອງ​ຮົງ​ກົງ​ໃນ​ປັດ​ຈຸ​ບັນ", "ພ້ອມ​ກັນ​ກຳ​ແໜ້ນ​ໂອ​ກາດ"​ແລະ​ອື່ນໆ ​ດ້ວຍ​ການ​ສະ​ແດງ​ຮູບ​ພາບ,​ຕົວ​ໜັງ​ສື​ຄຳ​ບັນ​ຍາຍ, ວັດ​ຖຸ​ພັນ​ພ້​ອມ​ດ້ວຍ​ເຕັກ​ນິກ​ສຽງ​ແລະ​ພາບ​ຈ​າກ​ສື່​ຕ່າງໆ​ແລະ​ອື່ນໆ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ຂອງ​ຮົງ​ກົງ​ນັບ​ແຕ່​ກັບ​ຄືນ​ສູ່​ປະ​ເທດ​ຊາດຕະຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ ທັງ​ເນັ້ນ​ວ່າ ຮົງ​ກົງ​ແລະ​ປະ​ເທດ​ຊາດ​ຮ່ວມ​ຈິດ​ຮ່ວມ​ໃຈ​ແລະ​ຮ່ວມ​ກັນ​ປະ​ກອບ​ສ່ວນ​ເພື່ອ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ​ກໍ​ຄື​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ສ້າງ​ປະ​ເທດ​​ຫັນ​ເປັນ​ທັນ​ສະ​ໄໝ, ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ເພື່ອ​ບັນ​ລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່​ຂອງປະ​ຊາ​ຊາດ​ຈີນ​ທີ່​ຍິ່ງ​ໃຫຍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ