ຣັດ​ເຊຍພິ​ຈາ​ລະ​ນາການ​ສະ​ໜອງ​ອາ​ວຸດ​ຍຸດ​ໂທ​ປະ​ກອນກອງ​ທັບ​ເຮືອ​ໃຫ້​ໄທ,ອິນ​ໂດ​ເນ​ເຊຍ
2017-06-27 11:14:15  cri 
ທ່ານວ​ຣາ​ດີ​ເມຍ ໂຄ​ຊິນ ຜູ້​ຊ່ວຍ​ວຽກ​ການ​ຮ່ວມ​ມື​ເຕັກ​ນິກ​ການ​ທະ​ຫ​ານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​​ຢືນ​ຢັນ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້​ວ່າ: ປະ​ເທດ​ຕົນ​ກຳ​ລັງ​ເຈ​ລະ​ຈາ​ກັບ ​ໄທ,ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິ​ບ​ປິນ​ກ່ຽວ​ກັບ​ການ​ສະ​ໜອງ​ອາ​ວຸດ​ຍຸດ​ໂທ​ປະ​ກອນກອງ​ທັບ​ເຮືອ.

ທ່ານ​ໂຄ​ຊິນ​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້​ວ່າ: ເນື່ອງ​ຈາກອາ​ວຸດ​ຍຸດ​ໂທ​ປະ​ກອນ​ຂອງກອງ​ທັບ​ເຮືອ​ຣັດ​ເຊຍ​ມີ​​ປະ​ສິດ​ທິ​ພາບ​ສູງໃນ​ສະ​ໜາມ​ຮົບ​ຢູ່​ຊີ​ຣີ​ຈິ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ປະ​ເທດ​ແຄມ​ທະ​ເລ​ໃນ​ອາ​ຊີ. ​ສຳ​ລັບສັນ​ຍາ​​ການສະ​ໜອງ​ອາ​ວຸດ​ຍຸດ​ໂທ​ປະ​ກອນກອງ​ທັບ​ເຮືອ​ທີ່​ຣັດ​ເຊຍ​​ໄດ້ເຊັນ​ກັບ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ມີ​ມູນ​ເຊື້ອ​ເຊັ່ນ​ຫວຽດ​ນາມ​ແລະ​ອິນ​ເດຍ​​ຜ່ານ​ມາ​ນັ້ນ​ຍັງ​ຄົງ​ປະ​ຕິ​ບັດ​ເໝືອນ​ເດີມ. ນອກ​ນີ້, ຫຼາຍ​ປະ​ເທດ​ຢູ່​ແຄມ​ຝັ່ງ​ທະ​ເລ​ໃນ​ອາ​ຟ​ຣິກ​ກາ​ກໍ​ໄດ້​ສະ​ເໜີ​​ການຮ່ວມ​ມື​ກັບ​ຣັດ​ເຊຍ​ເຊັ່ນ​ກັນ. ປັດ​ຈຸ​ບັນ, ການ​ສົ່ງ​ອອກ​ອາ​ວຸດ​ຍຸດ​ໂທ​ປະ​ກອນຂອງກອງ​ທັບ​ເຮືອ​​ຣັດ​ເຊຍ​ໄດ້​ກວມ​ອັດ​ຕາ​ສ່ວນ​ສູງ​ຂຶ້ນ​ຂອງ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​​ໂດຍ​ໃນປີ 2016 ຜ່ານ​ມາ, ​ບັນ​ລຸ​ມູນ​ຄ່າ​ການ​ສົ່ງ​ອອກ​ອາ​ວຸ​ດ​ຍຸດ​ໂທ​ປະ​ກອນ​ທຸກ​ຊະ​ນິດ​ເຖິງ 15 ຕື້ 300 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໃນ​ນີ້, ມູນ​ຄ່າ​ການ​ສົ່ງ​ອອກ​ອາ​ວຸດ​ຍຸດ​ໂທ​ປະ​ກອນກອງ​ທັບ​ເຮືອ​ໄດ້​ກວມ​ເຖິງ 7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ