ນາ​ຍົກ​ຈີນປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົ​ສ​ລະ​ດູ​ຮ້ອນ​ຄັ້ງ​ທີ 11
2017-06-27 15:21:26  cri 

ກອງ​ປະ​ຊຸມຜູ້​ນຳ​ໃໝ່​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຄັ້ງ​ທີ 11ຫຼື ​ເວ​ທີ​ປຶກ​ສາ​ຫາ​ລືດາ​ວົ​ສ​ລະ​ດູ​ຮ້ອນ2017​​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ຕ້າ​ລຽນ ແຂວງ​ລຽວ​ນິງ ສ​ປ​ ຈີນ​ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້​ໂດຍ​ແຂກ​ຜູ້​ມີ​ກຽດ 2000 ກວ່າ​ທ່ານ​ຈາກ 80 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ, ຂະ​ນະ​ທີ່​ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ປາ​ໄສ​ພິ​ເສດ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ດັ່ງ​ກ່າວ​ວ່າ: ເຖິງວ່າປັດ​ຈຸ​ບັນ, ເສດ​ຖະ​ກິດ​ໂລກ​​ໄດ້​ມີ​ສັນ​ຍານ​ຟື້ນ​ຕົວ​ຄືນ, ແຕ່ກໍ​ຍັງ​ບໍ່​ໝັ້ນ​ທ່ຽງ​ເທື່ອ​ເນື່ອງ​ຈາກກຳ​ລັງ​ຊຸກ​ຍູ້​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ຍັງ​ບໍ່​ພຽງ​ພໍ ໂດຍ​ສະ​ເພາະ​ບັນ​ຫາ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຍິ່ງ​ພົ້ນ​ເດັ່ນ​ກວ່າ​ເກົ່າ​ລວມ​ທັງ​ບັນ​ຫາການ​ເມືອງ​ພາກ​ພື້ນ​ຍັງ​ມີ​ຄວາມ​ສ່ຽງ​ສູງ​ຂຶ້ນ. ແນວ​ໃດ​ກໍ​ດີ, ຂໍ​ພຽງ​ແຕ່​ພວກ​ເຮົາ​ຍຶດ​ໝັ້ນ​ເປົ້າ​ໝາຍ​ຢ່າງ​ເດັດ​ດ່ຽວ​ກໍ​ຈະ​ສາ​ມາດ​ເຮັດ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ເພື່ອ​ເອົາ​ຊະ​ນະ​ຄວາມ​ບໍ່​ແນ່ນອນ​ທີ່​ເກີດ​ຂຶ້ນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ