ແຂວງ​ເຮີ​ເປີຍ​ກ້າວສູ່"​ຍຸກ​ລົດ​ໄຟ​ໃຕ້​ດິນ"​ຢ່າງ​ເປັນ​ທາງ​ການ
2017-06-27 15:35:11  cri 

ລົດ​ໄຟ​ໄຕ້​ດິນ​ສາຍ1​ແລະສາຍ 3 ເມືອງ​ສື​ເຈ່ຍ​ຈ່ວງ​ແຂວງ​ເຮີ​​ເປີຍ ເຊິ່ງ​ເປັນ​ລົດ​ໄຟ​ໃຕ້​ດິນ​ສາຍ​ທຳ​ອິດ​ຂອງ​ແຂວງ​ດັ່ງ​ກ່າວ​ໄດ້​​ທົດ​ລອງເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ແຂວງ​ເຮີ​ເປີຍ​ໄດ້​ກ້າວ​ເຂົ້າ​ສູ່​ "ຍຸກ​ລົດ​ໄຟ​ໃຕ້​ດິນ"​ຢ່າງ​ເປັນ​ທາງ​ການ.

ໂຄງ​ການ​ລົດ​ໄຟ​ໃຕ້​ດິນ​ສື​ເຈ່ຍ​ຈ່ວງ​ສາຍ 1​ແລະສາຍ 3 ມີ​ຄວາມ​ຍາວ​ທັງ​ໝົດ 30,3 ກິ​ໂລ​ແມັດ. ໃນ​ຖາ​ນະ​ເປັນ​ລົດ​ໄຟ​ໃຕ້​ດິນ​ທີ່​ເປີດ​ບໍ​ລິ​ການ​ສາຍ​ທຳ​ອິດ​ຂອງ​ແຂວງ​ດັ່ງ​ກ່າວ, ​ໄດ້​ນຳ​ໃຊ້​ຂະ​ບວ​ນ​ລົດ​ໄຟ 6 ຕູ້​​ຮຸ່ນ A ທີ່​ສາ​ມາດ​ບັນ​ທຸກ​ຜູ້​ໂດຍ​ສານ​ໄດ້ຫຼາຍ​ທີ່​ສຸດ​ເຖິງ 2520 ຄົນ ເຊິ່ງ​ຖື​ວ່າ​ເປັນ​ກໍ​ລະ​ນີ​ທຳ​ອິດ​ໃນ​ບັນ​ດາ​ຕົວ​ເມືອງ​ປະ​ເພດ​ດຽວ​ກັນ​ຂອງ​ຈີນ. ນອກ​ນີ້, ຢູ່​ສູນ​ສ້ອມ​ແປງ​ ລວມ​ຊີ່​ຈ່າວ​ຖົ່ງ​ເມືອງ​ສື​ເຈ່ຍ​ຈ່ວງ​ຍັງ​ສ້າງໂຄງ​ການ​ຜະ​ລິດ​ໄຟ​ຟ້າ​ແສງ​ຕາ​ເວັນ​ສະ​ເພາະ​ຂະ​ບວນ​ລົດ​ໄຟ​ໃຕ້​ດິນ​ໂຄງ​ການ​ທຳ​ອິດ​ຂອງ​ຈີນໂດຍສາ​ມາດ​ສະ​ໜອງ​ໄຟ​ຟ້າ​ໃຫ້​ສູນ​ລົດ​ໄຟ​ໃຕ້​ດິນ​ດັ່ງ​ກ່າວ​ໄດ້ 30%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ