ກຸ່​ມ​ມາວ​ແຕກວ່າ 100 ຄົນ​ຢູ່​ເມືອງ​ມາ​ລາ​ວີ​ຂັດ​ແຍ້ງ​ກັນ
2017-06-27 18:01:35  cri 
ເຈົ້າ​ໜ້າ​ທີ່ກອງ​ທັບ​ຟີ​ລິບ​ປິນ​ກ່າ​ວ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້ວ່າ: ຢູ່​ເມືອງ​ມາ​ລາ​ວີ ພາກ​ໃຕ້​​ຂອງປະ​ເທດ, ກອງ​ທັ​ບ​​ສາ​ມາດດັບ​ສູນ​ຜູ້​ປະ​ກອບ​ອາ​ວຸດໄດ້​ແລ້ວ 290 ຄົນ ຂະ​ນະ​ທີ່​ສະ​ມາ​ຊິກ​ກຸ່ມ​ມາວ​ແຕ​ທີ່​ເຫຼືອ 100 ຫາ 120 ຄົນ​ນັ້ນ​ໄດ້​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​ທັງ​ການ​ເປັນ​ຜູ້​ນຳ​ລວມ​ທັງ​ຈະ​ຍອມ​ຈຳ​ນົນ​ຫຼື​ບໍ່​ແລະ​ບັນ​ຫາ​ອື່ນໆ.

ທ່ານ ແອດ​ກັດ ອາ​​ເຣ​ວາ​ໂລ ເຈົ້າ​ໜ້າ​ທີ່​​ໜ່ວຍ​ງານ​ສົງ​ເຄາະ​ຂອງກອງ​ທັບ​ຟີ​ລິບ​ປິນ​ກ່າວ​ໃນ​ມື້​ດັ່ງ​ກ່າວ​ວ່າ: "ພວກ​ເຮົາ​ໄດ້​ຮັບ​ຂ່າວ​ລັບ​ຈາກຜູ້​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ກຸ່ມ​ມາວ​ແຕ ໂດຍ​ສະ​ມາ​ຊິກ​ຂອງ​ກຸ່ມ​ດັ່ງ​ກ່າວ​ໄດ້​ເກີດ​ຄວາມ​ຂັດ​ແຍ້ງ​ກັນ ໂດຍ​ສະ​ເພາະ​​ບັນ​ຫາ​ການ​ເປັນ​ຜູ້​ນຳ​ຄຸ້ມ​ຄອງ​ການ​ເງິນ​ແລະ​ວຽກ​ພະ​ລາ​ທິ​ການ ລວມ​ທັງ​ສະ​ມາ​ຊິກ​ບາງ​ຄົນ​ຕ້ອງ​ການ​ຍອມ​ຈຳ​ນົນ, ແຕ່​ກໍ​ຖືກ​ຜູ້​ອື່ນ​ສັງ​ຫານ."

ທ່ານ ອາ​ເຣ​ວາ​ໂລ ກ່າວ​ວ່າ: ປະ​ຊາ​ຊົນ​ທີ່​ຖືກ​ຜູ້​ປະ​ກອບ​ອາ​ວຸດ​ຈັບ​ຕົວ​ຈຳ​ນວນ​ໜຶ່ງ​ໄດ້​ຖືກ​ບັງ​ຄັບ​​ໃຫ້ເຂົ້​າ​ຮ່ວ​ມ​​ສູ້​ຮົບ ເຊິ່ງ​ຄາດ​ວ່າ, ປັດ​ຈຸ​ບັນ ທັງ​ມີ​ປະ​ຊາ​ຊົນ​ແຕ່ 150 – 200 ຄົນ​ຖືກ​ກັກ​ຂັງ​ແລະ​ຈັບ​ຕົວ​ຢູ່​ໃນ​ເມືອງ​ດັ່ງ​ກ່າວ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ