ມະ​ຫາ​ວິ​ທະ​ຍາ​ໄລຈີນ​ສ້າງ​ຕັ້ງ​"ສະ​ຖາ​ບັນຈົ້ງ​ຈິງ​"ຢູ່​ມາ​ເລ​ເຊຍເພື່ອ​​ສ້າງ​ໝໍ​ຢາ​ພື້ນ​ເມືອງ​ຈີນ
2017-06-27 18:02:36  cri 
ວັນ​ທີ 26 ມິ​ຖຸ​ນາ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ​ຢາ​ພື້ນ​ເມືອງ​ຈີນ​ເຮີ​ນານ​ໄດ້​​ຢືນ​ຢັນ​ຕໍ່​ນັກ​ຂ່າວ​ວ່າ: ​"ສະ​ຖາ​ບັນ​ຈົ້ງຈິງ​" ​ໂດຍມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຕົນ​ໄດ້ຮ່ວມ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລລິນ​ຕັນ(Linton University College) ສ້າງ​ຕັ້ງ​ຂຶ້ນນັ້ນ ໄດ້​ເລີ່ມ​ຮັບ​ນັກສຶກ​ສາ​ພາຍນອກ​ແລ້ວ.

ນອກ​ຈາກ​ຮັບ​ເອົາ​ນັກ​​ສຶກ​ສາ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລ້ວ, ຍັງ​ໄດ້​ຮັບ​ເອົາ​ນັກ​​ສຶກ​ສາ​ສອງວິ​ຊາ​ຄື:ວິ​ຊາ​ການ​ແພດ​ພື້ນ​ເມືອງ​ຈີນແລະ​ການ​ປິ່ນ​ປົວ​​ແບບພື້ນ​ເມືອງ​ຈີນ​ແລະ​ຕາ​ເວັນ​ຕົກ​ຢູ່​ແຂວງ​ເຮີ​ນານ ໂດຍ​ມີ​ແຜນ​ຈະ​ຮັບ 100 ກວ່າ​ຄົນ ໂດຍ​ສາ​ມປີ​ທຳ​ອິດ​ຈະ​ສຶກ​ສາ​ຢູ່​ມາ​ເລ​ເຊຍ ແລະ​ອີກ 2 ປີ​ທີ່​ຫຼັງ​ຈະ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຢາ​ພື້ນ​ເມືອງ​ຈີນ​ເຮີ​ນານ.

ຕາມ​ສັນ​ຍາ​ຮ່ວມ ສອງມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ​ຈະ​ຮ່ວມ​ມື​ພັດ​ທະ​ນາ​ການ​ສຶກ​ສາ​ສາ​ກົນ​ກ່ຽວ​ກັບແພດ​ສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ ເພື່ອ​ໂຄ​ສະ​ນາ​ ການ​ບໍ​ລິ​ການ​​ການ​ປິ່ນ​ປົວ​ດ້ວຍ​ແພດ​ສາດ​ແລະ​ພື້ນ​ເມືອງ​ຈີນ, ດຳ​ເນີນ​ການ​ຄົ້ນ​ຄວ້າ​ຜ​ະ​ລິດ​ແລະ​ນຳ​ໃຊ້​ຢາ​ພື້ນ​ເມືອງ​ທີ່​ໄດ້​ມາດ​ຖານ​ການ​ແພດ​ພື້ນ​ເມືອງ​ທ້ອງ​ຖິ່ນ ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ເຊື່ອມ​ໂຍງ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ