ທ່ານ​ຫຼີ​ເຄີ້​ສຽງ​ພົບ​ປະ​ກັບ​ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ
2017-06-27 15:53:47  cri 

ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຄຼາວສ໌ ສະ​ວັບ, ປະທານ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ແລະ​ແຂກອື່ນໆ​ທີ່​ມາ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລ່​ດາ​ວົ​ສ໌ 2017 ຢູ່​ຫໍ​ຮັບ​ແຂກ​ເມືອງ​ທີ່​ຕ້າ​ຫຼຽນ.

ທ່ານ​ຫຼີ​ເຄີ້​ສຽງ​ໄດ້​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ, ໂດຍກ່າວ​ວ່າ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ປີ​ນີ້​​ເນັ້ນ​ຫົວ​​ຂໍ້ "​ບັນ​ລຸການ​ເຕີບ​ໂຕ​ແບບກວມ​ລວມ​ໃນ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4", ​ນັ້ນມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ. ​ເຊິ່ງຈີນ​ຈະ​ສືບ​ຕໍ່ຊຸກ​ຍູ້ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຮອບ​ໃໝ່​ໃຫ້​ສູງ​ຂຶ້ນ, ທັງ​ຈະສ້າງ​ສະ​ພາບ​ແວດ​ລ້ອ​ມ​ການ​ທຸ​ລະ​ກິດ​ທີ່​ຍຸ​ຕິ​ທຳ​ແລະ​ສະ​ເໝີ​ພາບ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ, ​ເພື່ອບັນ​ລຸ​​ເປົ້າ​ໝາຍຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ພັ​ດ​ທະ​ນາ​ຮ່ວມ​ກັນ.

ທ່ານ​​ຄຼາວສ໌ ສະ​ວັບ ​ໄດ້​ກ່າວ​ຊົມ​ເຊີຍ​ນະ​ໂຍ​ບາຍ​ຕ່າງໆ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ລະ​ດັບ​ສູງ, ແລະ​ກ່າວ​ວ່າ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ, ຮ່ວມ​ກັນ​ສົ່ງ​ສັນ​ຍານ​​ທີ່​ຕັ້ງ​ໜ້າ​​ໃນກາ​ນ​ຮ່ວມ​ມື​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ​ຂຶ້ນ​ຢ່າງ​ສົມ​ດຸນ​ແລະ​ຍືນ​ຍົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ