ສະ​ຫະ​ພາບ​ເອີ​ລົບ​ຮຽກ​ຮ້ອງ​ໃຫ້​ອັງ​ກິດ​ສະ​ເໜີ​ແຜນ​ການ "ຖອນ​​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ" ທີ່​ຈະ​ແຈ້ງກວ່າ​ເກົ່າ
2017-06-27 15:26:11  cri 
ແຜນ​ການ "ຖອນ​​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ" ທີ່​ທ່ານ​ນາງ​ເທ​ເຣ​ຊາ ​ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ສະ​ເໜີ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ລະ​ດູ​ຮ້ອນ​ນັ້ນ ຕ່ຳ​ກວ່າ​ຄວາມ​ຄາດ​​ການ​ຂອງ​ສະ​ຫະ​ພາບ​ເອີ​ລົບ ແລະ​ຈາກ​ນີ້ທ່ານ​ມີ​ເຊວ ບາ​ເນຍ ຫົວ​ໜ້າ​ຜູ້​ແທນ​ເຈ​ລະ​ຈາ "ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ" ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ລົບ​ກ່າວ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້​ວ່າ, ຫວັງ​ໃຫ້​ສຳ​ນັກ​ນາ​ຍົກ​ອັງ​ກິດ​​ສະ​ເໜີ​ແຜນ​ການ ທີ່​ຈະ​ແຈ້ງ ແລະ​ເດັດ​ດ່ຽວກວ່າ​ເກົ່າ​.

ກ່ອນ​ໜ້າ​ນີ້​ສື່ມວນ​ຊົນ​ວິ​​ເຄາະ​ວ່າ, ເນື່ອງ​ຈາກ​ອັງ​ກິດ​ແລະ​ສະ​ຫະ​ພາບ​ເອີ​ລົບ​ມີ​ຄວາມ​ຂັດ​ແຍ້ງ​​ໃນ​ບັນ​ຫາ​ການ "ຖອນ​​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ" ຂອງ​ອັງ​ກິດ, ສະ​ນັ້ນ, ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນີ້​ຈະ​​ຫຍຸ້ງ​ຍາກ​ລຳ​ບາກ​ທີ່​ສຸດ. ​ທັງ​ນີ້ ເມື່ອວັນ​ທີ 29 ມີ​ນາຜ່ານ​ມາ, ທ່ານ​ນາງ​ເທ​ເຣ​ຊາ ​ເມ ໄດ້​ສົ່ງ​ຈົດ​ໝາຍ​​ໃຫ້​ສະ​ຫະ​ພາບ​ເອີ​ລົບ ແລະ​ເລີ່ມ​​ຂັ້ນ​ຕອນ "ຖອນ​​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ" ຢ່າງ​ເປັນ​ທາງ​ການ ເຊິ່ງອີງ​ຕາມ "ສັນ​ຍາລິ​ສບອນ", ການ​ເຈ​ລະ​ຈາ "ຖອນ​​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ" ຄວນ​ສຳ​ເລັດ​ກ່ອນ​ວັນ​ທີ 29 ມີ​ນາ ປີ 2019.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ