ເຮືອ​ສຳ​ລານ "Majestic Princess" ​ເດີນ​ທາງເຖິງ​ເມືອງ​ເຊ້ຍ​ເໝິນ​ແລ້ວ
2017-06-27 15:31:20  cri 
​ຂ້ອນ​ແຈ້ງວັນ​ທີ 26 ມິ​ຖຸ​ນາ, ເຮືອ​ສຳ​ລານ "Majestic Princess" ໄດ້​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ​ເຊ້ຍ​ເໝິນ ທີ່​ເປັນ​ທ່າ​ກຳ​ປັ່ນ​ສຳ​ຄັນ​ໃນ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ໄໝ​ບູ​ຮານ ​ແລ້ວຫຼັງ​ເດີນ​ທາງ​ຈາກ​ນະ​ຄອນຫຼວງ​ໂຣມ​ປະ​ເທດ​ອີ​ຕາ​ລີ​ໃນ​ວັນ​ທີ 21 ພຶດ​ສະ​ພາ ແລະ​ໃຊ້​ເວ​ລາ 37 ວັນ ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ ເຂົ້າ​ມາ​ຈອດ​ຢູ່​ຕາມ​ທ່າ​ກຳ​ປັ່ນ​ຈີນ​ເປັນ​ຄັ້ງ​ທຳ​ອິດ. ຂະ​ນະ​ນີ້, ການ "ເລົ່າ​ນິ​ທານ​ຈີນ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ" ທີ່​ສະ​ມາ​ຄົມ​​ມິດ​ຕະ​ພາບ​ຕໍ່​ຕ່າງ​ປະ​ເທດ​ຈີນ​ຈັດ​ຕັ້ງ ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ.

​ເຮືອ​ສຳ​ລານ "Majestic Princess" ໄດ້​ເດີນທາງອອກ​ຈາກ​ນະ​ຄອນຫຼວງ​ໂຣມ​ປະ​ເທດ​ອີ​ຕາ​ລີ ຜ່ານ 12 ປະ​ເທດ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ ຄື ເກຼັກ, ເອ​ຢິບ, ຊອກ​ດາ​ນີ, ເອ​ມີ​ເຣດ​ອາ​ຣັບ, ອິນ​ເດຍ, ສີ​ລັງ​ກາ, ມາ​ເລ​ເຊຍ, ສິງ​ກະ​ໂປ, ໄທ, ຫວຽດ​ນາມ ແລະ​ຈີນ ​ໂດຍ​ນັກ​ທ່ອງ​ທ່ຽວ​ສາກົນຫຼາຍ​ພັນ​ຄົນ​ໃນ​ກຳ​ປັ່ນ​ໄດ້​ສຳ​ຜັດ​ກັບ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງວັດ​ທະ​ນະ​ທຳ​ຈີນ​ໃນ​ການ​ເດີນທາງ​ນຳ​ກຳ​ປັ່ນ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ