ຟີ​ລິບ​ປິນ​ປະ​ຕິ​ເສດ​ເງື່ອນ​ໄຂ​​ຂອງກຸ່ມ​ມາວ​ເຕ​ໃນ​ການແລກ​ປ່ຽນ​ຕົວ​ປະ​ກັນ
2017-06-28 11:14:49  cri 
ວັນ​ທີ 27 ມິ​ຖຸ​ນາ​ນີ້, ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ປະ​ຕິ​ເສດ​ເງື່ອນ​ໄຂ​ແລກ​ປ່ຽນ​ຕົວ​ປະ​ກັນ​ທີ່​ກຸ່ມ​ມາວ​ເຕ ເຊິ່ງ​ເປັນ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ໄດ້​ສະ​ເໜີ​ກ່ອນ​ໜ້າ​ນີ້ ທັງ​ຢືນ​ຢັນ​ວ່າ ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະເຈ​ລະ​ຈາ​ກັບ​ຜູ້​ກໍ່​ການ​ຮ້າຍ.

ຂ່າວ​ແຈ້ງວ່າ: ໃນ​ການ​ເຈ​ລະ​ຈາ, ກຸ່ມ​ມາວ​ເຕ​ສະ​ເໜີ​ໃຫ້ ປ່ອຍ​ຕົວ​ບາ​ດຫຼວງ​ສາ​ສະ​ໜາ​ໂລ​ມັນ​ກາ​ໂຕ​ລິກຜູ້​ໜຶ່ງ​​ແລກ​ກັບ​ການ​ໃຫ້​ລັດ​ຖະ​ບານ​ປ່ອ​ຍ​ພໍ່​ແມ່​ແລະ​ຍາດ​ພີ່​ນ້ອງ​ຂອງ​ຫົວ​ໜ້າ​ກຸ່ມ​ມາວ​ເຕ. ຈາກ​ນີ້, ທ່ານ​ເອີ​ເນັ​ສ​ໂຕ ອາ​ເບນ​ລາ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ຖະ​ແຫຼງ​ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້​ວ່າ: ລັດ​ຖະ​ບານ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ບໍ່​ເຈ​ລະ​ຈາ​ກັບ​ກຸ່ມ​ກໍ່​ການ​ຮ້າຍ ແລະ​ການ​ເຈ​ລະ​ຈາ​ຊ່ວຍ​ເຫຼືອ​ຕົວ​ປະ​ກັນ​ເທື່ອ​ນີ້​ບໍ່​ແມ່ນ​ລັດ​ຖະ​ບານຫຼື​ກອງ​ທັບ​ຈັດ​ຂຶ້ນ. ດ້ວຍ​ເຫດ​ນີ້, ​ທຸກ​​ຂໍ້​ຮຽ​ກ​ຮ້ອງ​ຂອງກຸ່ມ​ມາວ​ເຕ​ລ້ວນ​ແຕ່​ບໍ່​ມີຫຼັກ​ອ້າງ​ອີງເຊິ່ງກຸ່ມ​ກໍ່​ກາ​ນ​ຮ້າຍ​ພ້ອມ​ຜູ້​ສະ​ໜັບ​ສະ​ໜູນ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ​ເອງ.

ຕົ້ນ​ເດືອນ​ມິ​ຖຸ​ນາ​ນີ້, ກອງ​ທັບ​ຟີ​ລິບ​ປິນ​ໄດ້​ຈັບພໍ່​ແມ່​ຂອງ​ຫົວ​ໜ້າ​ກຸ່ມ​ມາວ​ເຕ​ໃນ​ຂໍ້​ຫາ​​ເປັນ​ກະ​ບົດ​ຢູ່​ພາກ​ໃຕ້​ຟີ​ລິບ​ປິນ ທັງ​ນຳໄປ​ຂັງ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ