ຖະ​ແຫຼງ​ຂ່າວກອງ​ປະ​ຊຸມ​ການແພດ​ແລະ​ການ​ຢາ​ຈີນ​ຂອງ​ໂລກ​ຄັ້ງ​ທີ 14 ​ຢູ່​ບາງກອກ
2017-06-28 11:18:52  cri 
ພິ​ທີ​ຖະ​ແຫຼງ​ຂ່າວກອງ​ປ​ະ​ຊຸມ​​ການ​ແພດແລະ​ການ​ຢາ​ຈີນ​ໂລກ​ຄັ້ງ​ທີ 14 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້.

​ໂອ​ກາດ​ດັ່ງ​ກ່າວ,ທ່ານ​ລິນ​ຕ່ານ​ສຽນ ປະ​ທານ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ແພ​ດ​​ຈີນ​ໄທກ່າວ​ວ່າ: ກອງ​ປະ​ຊຸມ​ການ​ແພດ​ແລ​ະ​ການ​ຢາ​ຈີນ​​ໂລກ​ຄັ້ງ​ທີ 14ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ແຕ່​ວັນ​ທີ 21-22 ຕຸ​ລາ​ປີ​ນີ້​ໂດຍສະ​ຫະ​ພັນ​ສະ​ມາ​ຄົມການ​ແພດແລະ​ການ​ຢາ​ໂລກ​ເປັນ​ເຈົ້າ​ພາບ​ແລະ​ສະ​ມາ​ຄົມ​ແພດ​ຈີນ​ໄທ​ເປັນ​ຜູ້​ຈັດ​ກອງ​ປະ​ຊຸມ.

ທ່ານ​ນາງ​ລານ​ຊູ​ຫົງ ທີ່​ປຶກ​ສາ​ວັດ​ທະ​ນະ​ທຳ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ຢືນ​ຢັນ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ດັ່ງ​ກ່າວ​ວ່າ: ປີ 2000, ​ການ​ແພດ​ຈີນ​ໄດ້​ຖືກ​ຮັບ​ຮອງ​​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍໄທ ແລະ​ເຊື່ອ​ວ່າ ກອງ​ປະ​ຊຸມ​​ການ​ແພດ​ແລະ​ການ​ຢາ​ໂລກ​ປີ​ນີ້​ບໍ່​ພຽງ​ແຕ່​ຈະ​ເປັນ​ເວ​ທີ​ສຳ​ລັບ​ຊ່ຽວ​ຊານ​ແລະ​ວິ​ຊາ​ການ​ການແພດ​ແລະ​ການ​ຢາ​ຂອງ​ໂລກ​ແລກ​ປ່ຽນ​ຜົນ​ງານ​ດ້ານ​ວິ​ຊາ​ການ​ແລະ​ຖອດ​ຖອນ​ບົດ​ຮຽນ​ການ​ປິ່ນ​ປົວ​ຕົວ​ຈິງ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ເປັນ​ຜົນ​ດີ​ຕໍ່​ການ​ສົ່ງ​ເສີມ​ການ​ເຜີຍ​ແຜ່​​ການ​ແພດ​ແລະ​ການ​ຢາ​ຈີນ​ຢູ່​ໄທ​ແລະ​ຍົກ​ລະ​ດັບ​ການ​ປິ່ນ​ປົວ​ໂດຍ​ລວມ​ຂອງ​ໄທ​ໃຫ້​ສູງ​ຂຶ້ນ​ອີກ​ດ້ວຍ.

ຂ່າວ​ແຈ້ງວ່າ: ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ​ດັ່ງ​ກ່າວ​ຍັງ​ຈະ​ຈັດ​ກິດ​ຈະ​ກຳ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ແພດແລະ​ການ​ຢາ​ຈີນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ