​ຄວາມ​ສຸກ​ຂອງ​ເດັກ​ນ້ອຍ​ໂຮງ​ຮຽນອະ​ນຸ​ບານ​ເມືອງ​ໂຈ່​ນີ
2017-06-28 15:42:29  cri 

ໂຮງ​​ຮຽ​ນອະ​ນຸ​ບານ​ເມືອງ​ໂຈ່​ນີກິ່ງ​ແຂວງ​​ປົກ​ຄອງ​ຕົນ​ເອງເຜົ່າ​ຕິ​ເບດ​ກ່ານ​ນານ​ແຂວງ​ກ່ານ​ຊູ​ ສ​ປ ຈີນ​ມີ​ສົມ​ຍາ​ນາມ​ວ່າ ໂຮງ​ຮຽນອ​ະ​ນຸ​ບານ​ໂຕ​ແບບ​ຂັ້ນ​ກິ່ງ​ແຂວງ​ແລະ​ໂຮງ​​ຮຽນອະ​ນຸ​ບານ​ລະ​ດັບ 1 ຂັ້ນ​ແຂວງ​ ເຊິ່ງ​ປະ​ຕິ​ບັດ​ຕາມ​ຄຳ​ຂວັນ​ສ້າງ​ໂຮງ​​ຮຽນອະ​ນຸ​ບານ​ເພື່ອ​ສ້າງ​ຄວາມ​ສຸກ​ແລະ​ແບ່ງ​ປັນ​ຄວາມ​ສຸກ ​ຈາກ​ຄວາມ​ຕັ້ງ​ໜ້າປະ​ຕິ​ຮູບຫຼັກ​ສູດ, ປັບ​ປຸງ​ເງື່ອນ​ໄຂ​ໂຮງ​​ຮຽນອະ​ນຸ​ບານ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ ທັງ​ປະ​ດິດ​ສ້າງ​ຮູບ​ແບບ​ຄຸ້ມ​ຄອງ​ຢ່າງ​ຕໍ່​ເນື່ອງ ​ຈິ່ງ​ເຮັດ​ໃຫ້​ໂຮງ​​ຮຽນອະ​ນຸ​ບານ​​ກ້າວ​ໜ້າຂະ​ຫຍາຍ​ຕົວ​ໃນ​ແຕ່​ລະ​ປີ ແລະ ​ພົ້ນ​ເດັ່ນ​ຂຶ້ນ ເຊິ່ງ​ເຫັນ​ໄດ້​ຈາກ​ການຈັດ​ກິດ​ຈະ​ກຳ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງຫຼາຍ​ຮູບຫຼາຍ​ສີ​ທີ່​​ດຶງ​ດູດ​ຄົນ​ເປັນ​ພິ​ເສດ ເຊິ່ງ​ຈະ​ຊ່ວຍ​ພັດ​ທະ​ນາ​ສະ​ໝອງ, ປູກ​ຈິດ​ສຳ​ນຶກ​​ການປະ​ດິດ​ສ້າງ, ຝຶກ​ຄວາມ​ສາ​ມາດ​ການ​ປະ​ຕິ​ບັດ​ຕົວ​ຈິງ​ ອັນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ຂະ​ບວນ​ການ​ເຕີບ​ໃຫຍ່​ຂອງ​ເດັກ​ນ້ອຍ.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ