ຂາດ​ການ​ຕິ​ດ​ຕໍ່​ກັບ​ພາຍນອກ​ຈາກ​ເຫດ​ພູ​ເຈື່ອ​ນຢູ່​ເມືອງ​ມ້າວ​ຊ້ຽນ​ປອດ​ໄພ​ແລ້ວ 20 ຄົນ
2017-06-28 11:04:35  cri 
ຕອນ​ບ່າຍ​ວັນ​ທີ 26 ມິ​ຖຸ​ນາ​ນີ້,ກອ​ງ​ບັນ​ຊາ​ການ​ກູ້​ໄພ​ແລະ​ຊ່ວຍ​ເຫຼືອ​​ຜູ້​ເຄາະ​ຮ້າຍ​ຈາກ​ເຫດພູ​ເຕຍ​ຊີ່​​​ເຈື່ອນ​ຄັ້ງ​ຮ້າຍ​ແຮງຢູ່ເມືອງ​ມ້າວ​ຊ້ຽນ​ແຂວງ​ເສ​ສວນ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້ໄດ້​ໃຫ້​ຮູ້​ວ່າ: ​ໃນ​ຈຳ​ນວນ 118 ຄົນ​ທີ່​ຂາດ​ການ​ຕິດ​ຕໍ່​ກັບ​ພາຍນອກ​ຈາກ​ເຫດ​ການ​ດັ່ງ​ກ່າວ​ສາ​ມາດ​ຢັ້ງ​ຢືນ​ໄດ້​ອີກວ່າ​ມີ 20 ຄົນ​ປອດ​ໄພ​ແລ້ວ.

ພາຍ​ຫຼັງ​ເຈົ້າ​ໜ້າ​ທີ່​ກິ່ງ​ແຂວງ​ແລະ​ເມືອງ​ສື​ບ​ຕໍ່​ກວດສຳ​ມະ​ໂນ​ຄົວ,ເບີ​ໂທ​ລະ​ສັບ​​ຂອງ​ຜູ້​ເຄາະ​ຮ້າຍ ລວມ​ທັງ​ການຢັ້ງ​ຢືນ​ຈາກ​ປະ​ຊາ​ຊົນ ແລະ ວົງ​ການ​ຕ່າງໆ​ໃນ​ສັງ​ຄົມກໍ​ຄື​ການ​ໃຊ້​ວິ​ທີ​ອື່ນໆ​ເພື່ອ​ຊອກ​ຫາ​ຜູ້​ທີ່​ຂາດ​ການ​ຕິ​ດ​ຕໍ່​ກັບ​ພາຍນອກ ແລະຜ່ານ​ການກວດ​ກາ​ຫຼາຍ​ຫຼົບ​ຫຼາຍ​ຕ່າວ​ຈຶ່ງ​ຢັ້ງ​ຢືນ​ໄດ້ວ່າ​ມີ​ອີກ 20 ຄົນ​ປອດ​ໄພ​ແລ້ວ.

ມາ​ຮອດ​ປັດ​ຈຸ​ບັນ,ໃນ​ຈຳ​ນວນ 118 ຄົນ​ທີ່​ຂາດ​ການ​ຕິດ​ຕໍ່​ກັບ​ພາຍນອກ​ຈາກ​ເຫດ​ດັ່ງ​ກ່າວ ສາ​ມາດ​ຢັ້ງ​ຢືນ​ໄດ້ວ່າ​ມີ​ 35 ຄົນ​ປອດ​ໄພ​ແລ້ວ. ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ໄດ້​ສືບ​ຕໍ່​ຄົ້ນ​ຫາ​ຜູ້​ຂາດ​ການ​ຕິ​ດ​ຕໍ່​ກັບ​ພາຍນອກ​​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ