ໄທ​ຂະ​ຫຍາຍ​ຕະ​ຫຼາດ​ມາ​ສູ່ 4 ປະ​ເທດກຳ​ປູ​ເຈຍ,ລາວ,ມຽນ​ມາ​ແລະ​ຫວຽດ​ນາມ
2017-06-28 11:05:28  cri 
ວັນ​ທີ 26 ມິ​ຖຸ​ນາ​ນີ້, ທ່ານ ຊຸ​ຕິ​ມາ ມຸນ​ຍາ​ພະ​ພາ​ຊາ​ຣາ ຮອງຫົວ​ໜ້າ​ຫ້ອງ​ການກະ​ຊວງ​ການ​ຄ້າ​ໄທ​ໄດ້​ໃຫ້​ຮູ້​ວ່າ: ​ກະ​ຊວງ​ຂອ​ງ​ຕົນ​ພວມ​ຊຸກ​ຍູ້​ນັກ​ລົງ​ທຶນ​ປະ​ເທດ​ຕົນ​ກັບນັກ​ລົງ​ທຶນ ​​ແລະ​ກຸ່ມ​ບໍ​ລິ​ສັດ​ການ​ຄ້າ​ທີ່​ສຳ​ຄັນ​ຫຼາຍ​ແຫ່ງຂອງ​ກຳ​ປູ​ເຈຍ, ລາວ ,ມຽນ​ມາ​ແລະ​ຫວຽດ​ນາມ ເພື່ອ​ສ້າງ​ໂອ​ກາດ​ການ​ລົງ​ທຶນ​ໃຫ້​ຫຼາຍກວ່າ​ເກົ່າ.

ນອກ​ນີ້, ທ່ານ​ ຊຸ​ຕິ​ມາ ​ໃຫ້​ຮູ້​ອີກວ່າ: ລັດ​ຖະ​ບານ​ໄທໄດ້​ວາງ​ນະ​ໂຍ​ບາຍທີ່​ເປັນ​ບຸ​ລິ​ມະ​ສິດ​ຕ່າງໆ​ຕໍ່​ແລວ​ເສດ​ຖະ​ກິດ​ຢູ່​ພາກ​​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ຕົນ​ຫຼື EEC ເພື່ອ​​ເພີ່ມ​ມູນ​ຄ່າ​ການ​ລົງ​ທຶນ​ແລະ​ການ​ຄ້າ​ລະ​ຫວ່າງ​ໄທ​ກັບ​ບັນ​ດາ​ປະ​ເທດ​ໃກ້​ຄຽງ​ໃຫ້​ສູງ​ຂຶ້ນ. ກ່ອນ​ໜ້າ​ນີ້, ທ່ານ ສົມ​ຄິດ ຈາ​ຕຸ​​ສີ​ພິ​ທັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້​ວ່າ:ປະ​ເທດ​ຕົນ​ໄດ້​ເລີ່ມ​ວາງ​ແຜນ​ການ​ລວມ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ການ​ຄ້າ​ແລະ​ການ​ລົງ​ທຶນ​ກັບ​ກຳ​ປູ​ເຈຍ,ມຽນ​ມາ,ລາວ​ແລະ​ຫວຽດ​ນາມ ເພື່ອຄວາມ​ຈະ​ເລີນກ້າວ​ໜ້າ​ຮ່ວມ​ກັນຂອງ 5 ປະ​ເທດ.

​ປີ 2016, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ໄທ​ກັບ 4 ປະ​ເທດ​ດັ່ງ​ກ່າວບັນ​ລຸ​ເຖິງ 30 ຕື້ 940 ລ້ານ​ໂດ​ລາ​ສະ​ຫະ​ລັດ. ​ໃນ​ນີ້ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ໄທ-ຫວຽດ​ນາມ​​ຢູ່​ອັນ​ດັບ​ 1 ​ເຊິ່ງບັນ​ລຸ​ເຖິງ 13 ຕື້ 850 ລ້ານ​ໂດ​ລາ​ສະ​ຫະ​ລັດ,ຖັດ​ມາ​ແມ່ນ​ມຽນ​ມາ,ກຳ​ປູ​ເຈຍ​ແລະ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ