ທາງມ້າ​ລາຍ 3D
2017-06-28 16:24:37  cri 


ຫວ່າງ​ມໍ່ໆ​ມາ​ນີ້,​ທາງ​ສີ່​ແຍກ​ແຫ່ງ​ໜຶ່ງ​ຢູ່​ເຂດຟ່າງ​ຈ​ວ່າງ​ເມືອງເຟີ່ງ​ໄທນະຄອນ​ຫຼວງປັກ​ກິ່ງ​ໄດ້​ມີ​ທາງ​ມ້າ​ລາຍ 3D ​ທີ່​ປະ​ກອບ​ມີ​ 3 ສີ​ຄື: ​ສີ​ຟ້າ,​ສີ​ເຫຼືອງ​ແລະສີ​ຂາວ, ​ແລະ​ຫຼັງ​ປະ​ສົມ​ສີ​ແລ້ວເຮັດ​ໃຫ້​ທາງ​ມ້າ​ລາຍ​ເປັນ​ຮູບ​ສີ່​ຫຼ່ຽມ​ຍາວ 3D.

ກ່ອນ​ໜ້າ​ນີ້, ຢູ່​ຖະ​ໜົນ​ຂອງ​ເມືອງ​ຊາງ​ຊ່າແຂວງ​ຫູ​ນານ,ເມືອງ​ຊູ້​ຊ່ຽນ​ແຂວງ​ຈ່ຽງ​ຊູ່​ແລະ​ແຫ່ງ​ອື່ນໆ​ຂອງ​ຈີນ​ໄດ້ສ້າງ​ທາງ​ມ້າ​ລາຍ 3D ເຊິ່ງຫຼາຍ​ຄົນ​​ໃຫ້​ທັດ​ສະ​ນະ​ວ່າ​ມັນ​ສາ​ມາດ​ເຮັດ​ໃຫ້​ຜູ້​ຂັບ​ຂີ່​ມີ​ສະ​ຕິ​ລະ​ວັງ​ຕົວ​ເປັນ​ຢ່າງ​ດີ​ດ້ວຍ​ການຫຼຸດ​ຄວາ​ມ​ໄວ​ການ​ແລ່ນ​ລ່ວງ​ໜ້າໄດ້,ຂະ​ນະ​ດຽວ​ກັນ​ກໍ​ເຮັດ​ໃຫ້ຜູ້​ສັນ​ຈອນ​ມີ​ສະ​ຕິ​ຍ່າງ​ຕາມ​ທາງ​ມ້າ​ລາຍ.


ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ