ຣັດ​ເຊຍ​​ວາງແຜນ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ
2017-06-28 16:01:49  cri 
ສື່ມວນ​ຊົນ​ຣັດ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້​ໂອຍ​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງ, ທ່ານ​ໄອ​ໂກ ໂມ​ກຸ​ລົ​ຟ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດວ່າ, ປະ​ເທດ​ຕົນ​ໄດ້​ວາງ​ແຜນ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ແລ້ວ, ແລະ​ຈະ​ຮ່ວມ​ກັບ​ປະ​ເທດ​ຄູ່​ຮ່ວມ​ມືກັນ​ຊຸກ​ຍູ້​​ການປະ​ຕິ​ບັດ​ແຜນ​ການ​ດັ່ງ​ກ່າວ.

ທ່ານ​ໂມ​ກຸ​ລົ​ຟ​ກ່າວ​ວ່າ, ປະ​ເທດ​ຕົນ​ໄດ້​ວາງ​ມາດ​ຕະ​ການ​ຕ່າງໆ​ເພື່ອ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ​ເຊິ່ງເປົ້າ​ໝາຍ​ສຸດ​ທ້າຍ​ກໍ​ຄື​ສ້າງ​ກົນ​ໄກ​ສັນ​ຕິ​ພາບ​ຖາ​ວອນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ​ຽງ​ເໜືອ. ​ແນວ​ໃດ​ກໍ​ດີກ່ອນ​ອື່ນ​ຝ່າຍ​ຕ່າງໆ​ຕ້ອງ​ສະ​ແດງ​ຄວາມ​ອົດ​ກັ້ນ​ແລະ​ບໍ່​ທ້າ​ທາຍ​​ກັນ, ເຈ​ລະ​ຈາ​ບົນ​ຫຼັກ​ການ​ພື້ນ​ຖານ​​ຂອງ​ສາຍ​ພົວ​ພັນ, ​ເຊັ່ນບໍ່​ລ່ວງ​ລະ​ເມີດ​ແລະ​ບໍ່​ໃຊ້​ກຳ​ລັງ​ອາ​ວຸດ​ເປັນ​ຕົ້ນ. ຂະ​ນະ​ດຽວ​ກັນ, ປະ​ຊາ​ຄົມ​ໂລກ​ຄວນ​ໃຫ້​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ ສ​ປ​ປ ເກົາ​ຫຼີ, ເພື່ອ​ບໍ່​ໃຫ້​ເຄື່ອນ​ໄຫວ​ກ່ຽວ​ກັບ​ອາ​ວຸດ​ນິວ​ເຄ​ລຍ​ແລະ​ຍິງ​ລູກ​ສອນ​ໄຟ​.
ທ່ານ​ໂມ​ກຸ​ລົ​ຟ​ກ່າວ​ຕື່ມວ່າ, ການ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ນັ້ນ​ຄວນ​ເລີ່ມ​ຈາກ​ການ​ເຈ​ລະ​ຈ​ຈາ​ລະ​ຫວ່າງ​ອາ​ເມ​ລິ​ກາ​ແລະ​ສ​ປ​ປ​ເກົາ​ຫຼີ​ເປັນ​ສຳ​ຄັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ