ອັງ​ກິດ​​ແຂ່ງ​ຂັນ​ແກວ່ງ​ຮັບ​ໄຂ່​ໄກ່ (ວິ​ດີ​ໂອ)
2017-06-28 16:27:52  cri 

 

ການ​ແຂ່ງ​ຂັນ​ແກວ່ງ​ຮັບ​ໄຂ່​ໄກ່​ໂລກປະ​ຈຳ​ປີ​ 2017 ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນ​ຢູ່​ລັດ​ລິນ​ຄອນ​​ປະ​ເທດອັງ​ກິດ​ໃນ​ວັນ​ທີ 25 ມິ​ຖຸ​ນາ​ນີ້ ສຳ​ລັບ​ການ​ແຂ່ງ​ຂັນ​ທຸບ​ໄຂ່​ໄກ່ ທີ່ຜູ້​ຮ່ວມ​​ແຂ່ງ​ຂັນ​​​ມີສອງ​ຄົນ ນັ້ນ​ໄດ້​ຜັດ​ປ່ຽນ​ກັນເລືອກ​ໄຂ່​ໄກ່​​ໜຶ່ງ​ໜ່ວຍ​ທີ່​ມີ​ທັງ​ໜ່ວຍ​ສຸກ​ແລະ​ດິບ​ຈາກກອງ​ໄຂ່​ຈາກ​ນັ້ນ​ກໍ​ນຳ​ເອົາ​​ມາທຸບ​ໃສ່​ໜ້າ​ຜາກ​ຂອງ​ຕົນ ເຊິ່ງ​ຖືກ​ໜ່ວຍ​ໃດ​ແຕກ​ກໍ​ຖື​ວ່າຈະ​ເປັນ​ຜູ້​ເສຍ. ອີກ​ລາຍ​ການ​​ໜຶ່ງ​ກໍ​ຄື​ການ​ແກວ່ງ​​ຮັບໄຂ່​ໄກ່ ເຊິ່ງ​ກະ​ຕິ​ກາ​ກໍ​ຄື​ຜູ້​ໜຶ່ງ​ແກວ່ງ​ ແລະ​​ຜູ້​ໜຶ່ງ​ຮັບ​ດ້ວຍ​ມື​ເປົ່າ​ ໂດຍ​ບໍ່​ໃຫ້​ໄຂ່​​ແຕກ. ໃນ​ທີ່​ສຸດ, ຜູ້​ແຂ່ງ​ຂັນ​ຈາກ​ນູ​ແວນ​ຊີ​ລັງ​​ສາ​ມາດ​ທຳ​ລາຍ​ສະ​ຖິ​ຕິ​ໂລກ​ຂອງ​ລາຍ​ການ​ນີ້​ດ້ວຍ​​ການ​ແກວ່ງໄກເຖິງ 81 ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ