ອະ​ດີດ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ໄທ​ເຕືອນ​ວ່າ​ບໍ່​ຄວນ​ລົງ​ທຶນ​ດ້ານ​ທີ່​ຢູ່​ອາ​ໄສແລະ​ທີ່​ດິນຫຼາຍ​ເກີນ​ໄປ
2017-06-28 11:07:36  cri 
ທ່ານ​ປ​ຣະ​ຊຳ​ ໄຊ​ຣັດ​ວໍ​ຣະ​ກຸນ ອະ​ດີດ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ໄທ​ກ່າວ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ເມື່ອ​ມໍ່ໆ​ມາ​ນີ້​ວ່າ, ປະ​ເທດ​ຕົນ​ເລີ່ມ​ປາ​ກົດ​ມີ​ທ່ວງ​ທ່າ​ທີ່​ການ​ສະ​ໜອງ​ທີ່​ຢູ່​ອາ​ໄສແລະ​ທີ່​ດິນຫຼາຍ​ເກີນ​ຄວນ ເຊິ່ງ​ຄວນ​ເອົາ​ໃຈ​ໃສ່.

ທ່ານ​ກ່າວ​ວ່າ, ວິ​ກິດ​ການ​ການ​ທະ​ນາ​ຄານ​ອາ​ຊີ​ໄດ້​ຜ່ານ​ໄປ​ເກືອບ 20 ປີ​ແລ້ວ, ແຕ່​ບໍ່​ສາ​ມາດ​ຮັບ​ປະ​ກັນ​ບໍ່​ໃຫ້​ເກີດ​ວິ​ກິດ​ການ​​ຂຶ້ນ​ອີກ​ເທື່ອ​ໜຶ່ງ. ປັດ​ຈຸ​ບັນ, ໃນ​ປະ​ເທດ​ຕົນ​​ມີ "ປາ​ກົດ​ການ​ທີ່​ດຸນ​ດ່ຽງ" ຈຳ​ນວນ​ໜຶ່ງ ​ທີ່​ຄວນເອົາ​ໃຈ​ໃສ່ຢ່າງ​ຈິງ​ຈັງ ເຊິ່ງ​ເຖິງວ່າຫຼາຍ​ຄົນ​ມີ​​ທຶນ​ເປັນ​ຈຳ​ນວນຫຼາຍ ​ແຕ່​ບໍ່​ມີ​ຊ່ອງ​ທາງ​ລົງ​ທຶນ ດ້ວຍ​ການ​ຫັນ​ມາ​ລົງ​ທຶນ​​ໃນ​ຂະ​ແໜງ​ການ​ທີ່​ຢູ່​ອາ​ໄສແລະ​ທີ່​ດິນ ເປັນ​ຕົ້ນອາ​ພາດ​ແມນ, ຕຶກ​ການ​ຄ້າ ແລະ​ຕຶກ​​ລວມ​ທາງ​ການ​ຄ້າ​ແລະ​​ທີ່​ຢູ່​ອາ​ໄສ​ຂະ​ໜາດ​ໃຫຍ່ ໂດຍ​ຈາກ​ນີ້, ຂ້າ​ພະ​ເຈົ້າ​ເປັນ​ຫ່ວງວ່າ ຄວາມ​ຕ້ອງ​ການ​ຂອງ​ໂຄງ​ການ​ເຫຼົ່າ​ນີ້​ມີ​ຢູ່​ໃສ ແລະ​ພວກ​ເຮົາ​ຕ້ອງ​ພິ​ຈາ​ລະ​ນາ​ເຖິງ​ກຳ​ລັງ​ຊື້ ແລະ​ຄວາມ​ແກ້ງ​ແຍ້ງ​ທີ່​ດຸ​ເດືອດ​ໃນ​ຕະຫຼາດ.

ທ່ານ​ປ​ຣະ​ຊຳ​ ໄຊ​ຣັດ​ວໍ​ຣະ​ກຸນ​​ເປັນ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ໄທ​ແຕ່​ປີ 2010 ຫາ​ປີ 2015 ແລະ​ປັດ​ຈຸ​ບັນເປັນ​ທີ່​ປຶກ​ສາ​ບໍ​ລິ​ສັດ The Central Group of Companies.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ