5 ເດືອນ​ຕົ້ນ​ປີ​ນີ້ ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຟ​ຣິ​ກາ​​ເພີ່ມ​ຂຶ້ນ 22,2%
2017-06-28 11:08:17  cri 
​ເຈົ້າ​ໜ້າ​ທີ່ດ່ານ​ພາ​ສີ​ຈີນ​ເປີດ​ເຜີຍ​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ລະ​ຫວ່າງ​ຈີນ​ແລະ​ອາ​ຟ​ຣິ​ກາ​ແຕ່​ເດືອນມັງ​ກອນ​ຫາ​ເດືອນ​ພຶດ​ສະ​ພາ​ປີ​ນີ້​ມີ​ເຖິງ 70 ຕື້​ໂດ​ລາ ເຊິ່ງ​ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 22,2% ແລະ​ສູງກວ່າ​ຈັງ​ຫວະ​ເຕີບ​ໂຕ​ຂອງຍອດ​ມູນ​ຄ່າ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ໄລ​ຍະ​ດຽວ​ກັນ 9,2% ​ໃນນີ້​ຈີນ​ບັນ​ລຸ​ມູນ​ຄ່າ​ການ​ສົ່ງ​ອອກ 38,29 ຕື້​ໂດ​ລາ ​ເພີ່ມ​ຂຶ້ນ 7% ແລະ​ມູນ​ຄ່າ​ການ​ຄ້າ​ນຳ​ເຂົ້າ​ 31,85 ຕື້​ໂດ​ລາ​ ແລະ​ເພີ່ມ​ຂຶ້ນ 47,8%.

ຈັງ​ຫວະ​ເຕີບ​ໂຕ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອ​າ​ຟ​ຣິ​ກາ​​ໃນ 5 ເດືອນ​ຕົ້ນ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນຫຼາຍ​ສົມ​ຄວນ ທັງລື່ນ​ຈັງ​ຫວະ​ເຕີບ​ໂຕ​ກັບ​ອາ​ເມ​ລິ​ກາ​ລາ​ຕິນ, ແຕ່​ກໍ​ເປັນ​ຮອງພຽງ​ແຕ່​ໃນທະ​ວີບ​ໂອ​ຊີ​ອາ​ນີ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ