ນັກ​ທ່ອງ​ທ່ຽວ​ຈີນ​​ໄປ​ທ່ຽວ​ຟີ​ລິ​ບ​ປິນ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ
2017-06-28 15:47:53  cri 
ເຈົ້າ​ໜ້າ​ທີ່​​ອົງ​ການທ່ອງ​ທ່ຽວ​ແຫ່ງ​ຊາດ​ຟີ​ລິບ​ປິນ​ປະ​ຈຳ​ນະ​ຄອນຫຼວງ​ປັກ​ກິ່ງ​ເປີດ​ເຜີຍ ​ທີ່​ນະ​ຄອນ​ຖ່ຽນ​ສິນ​ໃນ​ວັນ​ທີ 28 ມິ​ຖຸ​ນາ​ນີ້ວ່າ, ​ຊຸມ​ປີ​ຜ່ານ​ມາ, ເນື່ອງ​ຈາກວ່າ​ສາຍ​ພົວ​ພັນ​ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ​ຈີນ​ຟີ​ລິບ​ປິນ​ນັບ​ມື້​ແໜ້ນ​ແຟ້ນ​ແລະ​ດີ​ຂຶ້ນ, ຟີ​ລິບ​ປິນ​​ຈິ່ງໄດ້​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ການ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ ແລະ​ກໍເພີ່ມ​ຂຶ້ນ​ແບ​ບ​ບໍ່​ເຄີຍ​ມີ​ມາ​ກ່ອນ ໂດຍ​ເຫັນ​ໄດ້​ປີ​ຜ່ານ​ມາເພີ່ມ​ຂຶ້ນ 38% ແລະ​ພຽງ​ໄຕ​ມາດ​ທຳ​ອິ​ດ​ຂອງ​ປີ​ນີ້​ກໍ​ໄດ້​ເພີ່ມ​ຂຶ້ນ​ເຖິງ 31%ແລ້ວ.

ເຈົ້າ​ໜ້າ​ທີ່​​ອົງ​ການທ່ອງ​ທ່ຽວ​ແຫ່ງ​ຊາດ​ຟີ​ລິບ​ປິນ​ເປີດ​ເຜີຍຕື່ມ​ວ່າ, ປີ​ຜ່ານ​ມາ, ນັກ​ທ່ອງ​ທ່ຽວ​ຈີນ​​ໄປ​ທ່ຽວ​ຟີ​ລິບ​ປິນ​ມີ​ເຖິງ 6 ແສນ 7 ໝື່ນ 5 ພັນ 700 ເທື່ອ​ຄົນ ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 37,7% ແລະ​ໄດ້​ຮັກ​ສາ​ຈັງ​ຫວະ​ເຕີບ​ໂຕ​ໄວ​ກວ່າ​ໝູ່ ​ຄືຫຼາຍກວ່າ​ນັກ​ທ່ອງ​ທ່ຽວ​ຍີ່​ປຸ່ນ ແລະ​ກາຍ​ເປັນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ 3 ຂອງ​ຟີ​ລິບ​ປິນ.

ເຈົ້າ​ໜ້າ​ທີ່​ທ່ານນີ້​ກ່າວ​ຕື່ມ​ວ່າ, ຕໍ່​​ໜ້າ ເຊິ່ງນອກ​ຈາກ​ປັກ​ກິ່ງ​ແລ້ວ, ຈະ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ຢູ່​ຕົວ​ເມືອງ​ໃຫຍ່​ອື່ນໆ​ຂອງ​ຈີນ ທັງ​ຈະສືບ​ຕໍ່​ປັບ​ປຸງ​ຜະ​ລິດ​ຕະ​ພັນ​ແລະ​ການ​ບໍ​ລິ​ການ​ຂອງ​ການ​ທ່ອງ​ທ່ຽວ​ໃຫ້​ດີ​ຂຶ້ນ ເພື່ອ​ຕອບ​ສະ​ໜ​ອງ​ຄວາມ​ຕ້ອງ​ການ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນໃຫ້​ໄດ້ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ