ອູ​ແກ​ຣນ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໜັກ​ໜ່ວງ​ທີ່​ສຸດ​ຈາກ​ໄວ​ລັດຄອມ​ພິວ​ເຕີ "Petya"
2017-06-29 11:22:07  cri 

ອູ​ແກ​ຣນ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກໄວ​ລັດ​ຮຽກ​ຄ່າ​ໄຖ່​ຄອມ​ພິວ​ເຕີ​ຊະ​ນິດ​ໜຶ່ງ​ທີ່​ມີ​ລະ​ຫັດ​ວ່າ "Petya"​ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້ໂດຍຊ່ຽວ​ຊານ​ກ່າວ​ວ່າ ການ​ແຜ່​ລະ​ບາດ​ຂອງ​ໄວ​ລັດ​ດັ່ງ​ກ່າວ​ຄ້າຍ​ຄື​ກັບ​ໄວ​ລັດ​ຮຽກ​ຄ່າ​ໄຖ່ "Wannacry"ທີ່​ເກີດ​ຂຶ້ນ​ກ່ອນ​ໜ້າ​ນີ້. ນອກ​ຈາກ​ອູ​ແກ​ຣນ​ແລ້ວ, ໃນ​ວັນ​ດັ່ງ​ກ່າວ, ຫຼາຍ​ປະ​ເທດ​ເຊັ່ນ​ຣັດ​ເຊຍ,ຝ​ຣັ່ງ,ອັງ​ກິດ​ແລະ​ປະ​ເທດ​ອື່ນໆ​ກໍ​ໄດ້​ຖືກ​ໄວ​ລັດ​ໂຈມ​ຕີ​ເຊັ່ນ​ກັນ ແລະ​ມີ​ທ່າ​ອ່ຽງ​ຈະ​ແຜ່​ລະ​ບາດກວ້າງ​ອອກ, ໃນ​ນີ້,ອູ​ແກ​ຣນ​ໄດ້​ຮັບ​ຜົນ​ເສຍ​ຫາຍຫຼາຍກວ່າ​ໝູ່.

ສື່ມວນ​ຊົນ​ອູ​ແກ​ຣນ​ລາຍ​ງານ​ວ່າ: ​ໜ່ວຍ​ງານ​ທຳ​ອິດທີ່ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄວ​ລັດ​ນັ້ນ​ຄື​ທະ​ນາ​ຄານ​ກາງ, ຈາກ​ນັ້ນກໍ​ແມ່ນບໍ​ລິ​ສັດ​ເຄື​ອ​ຂ່າຍ​ໄຟ​ຟ້າ, ທະ​ນາ​ຄານ, ​ອົງ​ການ​ຈັດ​ຕັ້ງລັດ​ຖະ​ບານ,ສະ​ໜາມ​ບິນ​ແລະ​ພາກ​ສ່ວນ​ອື່ນໆ​ກໍ​ໄດ້​ຖືກ​ໄວ​ລັດ​ໂຈມ​ຕີ​ເຊັ່ນ​ກັນ. ​ຂະ​ນະ​ທີ່ລັດ​ຖະ​ກອນ​ຈຳ​ນວນ​ໜຶ່ງ​ໄດ້​ຖືກ​ຮຽກ​ໃຫ້​ຈ່​າຍ​ຄ່າ​ໄຖ່​ດ້ວຍ​ສະ​ກຸນ​ເງິນ​ບິດ​ຄອນ(Bitcoin).

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອູ​ແກ​ຣນ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 28 ມິ​ຖຸ​ນາ​ນີ້​ວ່າ: ໄດ້​ຮັບ​ໂທ​ລະ​ສັບ​ແຈ້ງ​ ກ່ຽວ​ກັບ​ຄອມ​ພິວ​ເຕີ​ຖືກ​ຮຽກ​ຄ່າ​ໄຖ່​ເກືອບ 200 ກໍ​ລະ​ນີ. ທ່ານ​ວໍ​ລໍ​ດີ​ເມຍ ໂກ​ຣ​ອິ​ສ​ມານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອູ​ແກ​ຣນ​ຢືນ​ຢັນ​ວ່າ ການ​ໂຈມ​ຕີ​ຂອງ​ໄວ​ລັດ​ເທື່ອ​ນີ້​ມີ​ຄວາມ​ຮຸນ​ແຮງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ແຕ່​ລະ​ບົບ​ສຳ​ຄັນ​ສ່ວນຫຼາຍ​ບໍ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໜັກ​ໜ່ວງ​​ພໍ​ເທົ່າໃດ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ