ສະ​ຫະ​​ພັນ​ສາ​ກົນ​ຕໍ່​ຕ້ານISໂຈມ​ຕີ​ທາງ​ອາ​ກາດ​ຢູ່ຊີ​ຣີເຮັດ​ໃຫ້ປະ​ຊາຊົນ​ເສ​ຍ​ຊີ​ວິດ 100 ຄົນ
2017-06-29 11:26:31  cri 

ສື່ມວນ​ຊົນ​ແລະ​ອົງ​ການ​ສິດ​ທິ​ມະ​ນຸດ​ຊີ​ຣີ​ລາຍ​ງານ​ວ່າ, ສະ​ຫ​ະ​ພັນ​ສາ​ກົນ​ຕໍ່​ຕ້ານ​ISທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່​ພາກ​ຕາ​ເວັນ​ອອກ​ປະ​ເທດ​ຊີ​ຣີໃນຫຼາຍ​ມື້​ມາ​ນັ້ນ​ໄດ້​ເຮັດ​ໃຫ້​​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ປະ​ມານ 100 ຄົນ. ​ສະ​ເພາະວັນ​ທີ 28 ມິ​ຖຸ​ນາ​ນີ້​ມີ​ປະ​ຊາຊົນ​ເສຍ​ຊີ​ວິດ​ເປັນ​ຢ່າງ​ໜ້ອຍ 40 ຄົນ.

ຂ່າວ​ສານ​ຊີ​ຣີ​ລາຍ​ງານ​ວ່າ: ວັນ​ທີ 28 ​ມິ​ຖຸ​ນາ​ນີ້, ສະ​ຫະ​ພັນ​ສາ​ກົນ​ຕໍ່​ຕ້ານISໄດ້​ຖິ້ມ​ລະ​ເບີດ​ໃສ່​ເມືອງ​ດາບ​ລານ​ແຂວງ​ເດ​ເອີ​ເອັ​ສ​ໂຈ​ເອີ ທາງ​ພາກ​ຕາ​ເວັນ​ອອກ​ຢ່າງ​ຕໍ່​ເນື່ອງ​ສົ່ງ​ຜົນ​​ເຮັດ​ໃຫ້​ປະ​ຊາ​ຊົນ​ເສ​ຍ​ຊີ​ວິດ​ເປັນ​ຢ່າງ​ໜ້ອຍ 40 ຄົນ​ ແລະ​ຜູ້​ເສຍ​ຊີ​ວິດສ່ວນ​ໃຫຍ່​ແມ່ນ​ແມ່​ຍິງ​ແລະ​ເດັກ​ນ້ອຍ. ​ຂະ​ນະ​ທີ່ອົງ​ການ​ຕິດ​ຕາມ​ສິດ​ທິ​ມະ​ນຸດ​ຊີ​ຣີ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນຫຼວງ​ລອນດອນ​ປະ​ເທດ​ອັງ​ກິດ​​ກໍ​ໄດ້​ຢືນ​ຢັນ​ວ່າ ວັນ​ທີ 26 ​ເດືອນ​ດຽວ​ກັນ, ສະ​ຫະ​ພັນ​ສາ​ກົນ​ຕໍ່​ຕ້ານIS ໄດ້​ຖິ້ມ​ລະ​ເບີດ​ໃສ່​ ຄຸກ​ຂອງ​ກຸ່ມISໃນ​ເມື​ອງ​ໄມ​ອາ​ດີນ ​ສົ່ງ​ຜົນ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ​ເປັນ​ຢ່າງ​ໜ້ອຍ 57 ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ