ທ່ານ​ສີ​ຈິ້ນ​ຜິງ​ລົງ​ຢ້ຽມ​ຢາມ​ຮົງ​ກົງ
2017-06-29 16:50:05  cri 

ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ກາ​ນ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເດີ​ນ​ທາງ​ເຖິງ​ຮົງ​ກົງ​ດ້ວຍ​ເຮືອ​ບິນ​ພິ​ເສດ​ໃນ​ວັນ​ທີ 29 ມິ​ຖຸ​ນາ​ນີ້​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະຫຼອງວັນຮົງ​ກົງ​ກັບ​ຄືນ​ປະ​ເທດ​ຊາດຄົບ​ຮອບ 20 ປີ​ ແລະ​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ຄະ​ນະ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຊຸດ​ທີ 5 ໃນ​ວັນ​ທີ 1 ກໍ​ລະ​ກົດ​ທີ່​ຈະ​ມາ​ເຖິງ.

ທ່ານ​ສີ​ຈິ້ນ​ຜິງ​ຢືນ​ຢັນ​ວ່າ ການ​ເດີນ​ທາງ​ຢ້ຽມ​ຢາມ​ເທື່ອ​ນີ້​ມີ​ 3 ເປົ້າ​ໝາຍ​ຄື ໜຶ່ງ ສະ​ແດງ​ຄວາມອວຍ​ພອນ​ແລະຊົມ​ເຊີຍ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ທີ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຍາດ​ມາ​ໄດ້​​ຕະຫຼອດ​ໄລ​ຍະ 20 ປີ​ມາ​ນີ້ຢ່າງ​ສຸດ​ໃຈ​ທັງອວຍ​ພອນ​ຢ່າງ​ຈິງ​ໃຈ​ໃຫ້ຮົງ​ກົງປະ​ສົບ​ຜົນ​ສຳ​ເລັດຍິ່ງ​ໃຫຍ່ກວ່າ​ເກົ່າ. ສອງ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜູນ​ຮົງ​ກົງ​ເຊິ່ງຕະຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ, ລັດ​ຖະ​ບານ​​ກາງສືບ​ຕໍ່​ເປັນ​ເສົາ​ຄ້ຳ​ທີ່​ເຂັ້ມ​ແຂງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຮົງ​ກົງ ແລະ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຮົງ​ກົງ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ເໝືອນ​ດັ່ງ​ຜ່ານ​ມາ. ສາມ ​ເພື່ອ​ວາງ​ແຜນ​ອະ​ນາ​ຄົດ ໂດຍ​ຈະ​ຮ່ວມ​ກັບ​ວົງ​ການ​ຕ່າງໆ​ໃນ​ຮົງ​ກົງ​ທົບ​ທວນ​ຄືນ​ຂະ​ບວນ​ວິ​ວັດ​ອັນ​ໂດດ​ເດັ່ນ​ໃນ​ໄລ​ຍະ 20 ປີ​ຜ່ານ​ມາ, ​ສະຫຼຸບບົດ​ຮຽນ, ວາງ​ແຜນ​ ​ເພື່ອ​ຮັບ​ປະ​ກັນ​ໃຫ້​ນະ​ໂຍ​ບາຍ "ປະ​ເທດ​ໜຶ່ງ​ສອງ​ລະ​ບອບ"​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ໜັກ​ແໜ້ນ​ແລະ​ບັນ​ລຸ​​ຕາມເປົ້າ​ໝາຍ​.

ທ່ານ​ສີ​ຈິ້ນ ​ຫວັງ​ຈະ​ໄດ້​ສຳ​ຜັດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຮົງ​ກົງ​ໃນຫຼາຍ​ປີ​ຜ່ານ​ມາ​ດ້ວຍ​ຕົນ​ເອງ ແລະ​ເຊື່ອ​ວ່າ ຈາກ​ການ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຕ່າງໆ​ຢູ່​ຮົງ​ກົງ​ຈະ​ສາ​ມາດ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ຮົງ​ກົງ​​ໄດ້​ເປັນ​ຢ່າງ​ດີ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ