ອີ​ຢູ​ແກ່ຍາວ​ເວລາ​ຂວ້ຳ​ບາດ​ເສດຖະກິດຣັດ​ເຊຍ​​ໄປ​ອີກ 6 ​ເດືອນ
2017-06-29 10:55:11  cri 

ສະພາ​ມົນຕີ​ສະຫະພາບ​ເອີຣົບ ຫຼື ອີ​ຢູ ​ໄດ້​ອອກ​ຖ​ະ​ແຫຼງການ​ໃນ​ວັນ​ທີ 28 ມິ​ຖຸນາ​ນີ້​ຫຼັງ​ເຫັນ​ວ່າ ສະພາບ​ການຈັດຕັ້ງປະຕິບັດ​ສັນຍາ​ມິ​ງສ໌ຍັງ​ບໍ່​ໄດ້​ຕາມ​ເປົ້າໝາຍຂອງ​ຕົນ​ພໍ​​ເທົ່າ​ໃດ ຈຶ່ງ​ຕົກລົງ​ແກ່ຍາວ​ເວລາ​ຂວ້ຳ​ບາດເສດຖະກິດຣັດ​ເຊຍ​ໄປ​ຈົນ​ເຖິງວັນ​ທີ 31 ມັງກອນ​ປີ 2018.

​ການ​ຂວ້ຳ​ບາດຣັດ​ເຊຍ​ຂອງ​ອີ​ຢູປະກອບ​ດ້ວຍ​ການຈຳກັດ​ວິ​ສາ​ຫະກິດຕ່າງໆ​ຂອງຣັດ​ເຊຍ​ເຂົ້າຕະຫຼາດທຶນຂັ້ນ 1 ​ແລະ 2 ​ເຊິ່ງກວມ​ເອົາວິ​ສາ​ຫະກິດ​ພະລັງງານ 3 ​ແຫ່ງ, ວິ​ສາ​ຫະກິດ​ປ້ອງ​ກັນປະ​ເທດ 3 ​ແຫ່ງ, ອົງການ​ທະນາຄານ​ແຫ່ງ​ຊາດ 5 ​ແຫ່ງ ພ້ອມ​ດ້ວຍ​ບໍລິສັດຈຳກັດ​ ພຽງ​ຜູ້​ດຽວ; ຫ້າມການ​ສົ່ງ​ອອກ-ນຳ​ເຂົ້າອາວຸດ​ຍຸດ​ໂທ​ປະກອນ​; ຈຳກັດ​ດ້ານເຕັກນິກ ຫຼື ການບໍລິການ​ໃນ​ຂົງ​ເຂດ​ຕ່າ​ງໆ ​ເປັນຕົ້ນການສຳຫຼວດ-​ຂຸດ​ຄົ້ນນ້ຳມັນ​ເຊື້ອ​ໄຟ; ຫ້າມ​ສົ່ງ​ອອກ​ຜະລິດ​ຕະພັນ​ທັງທາງ​ການ​ທະຫານ​ແລະ​ພົນລະ​ເຮືອນ​ ​ແລະ​ອື່ນໆ.
​ທັງ​ນີ້, ​ເມື່ອເດືອນ​ກໍລະກົດ​ປີ 2014, ອີ​ຢູ​ໄດ້​ຂວ້ຳ​ບາດ​ເສດຖະກິດຣັດ​ເຊຍ ໂດຍອ້າງ​ການ "ກໍ່​ຄວາມ​ບໍ່​ສະຫງົບ​ຢູ່​ພາກ​ຕາ​ເວັນ​ອອກ​ອູ​ແກຣນ ​ແລະ​ຈາກ​ນັ້ນມາ​ກໍໄດ້​ແກ່ຍາວ​ເວລາ​ຂວ້ຳ​ບາດ​ເປັນຫຼາຍໆ ​ເທື່ອ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ