ທ່ານ​ຢາງ​ເຈ​ສືພົບ​ປະ​ກັບ​ລັດຖະມົນຕີ​ຕ່າງປະ​ເທດ​ຟິລິບ​ປິນ
2017-06-29 10:58:42  cri 

ທ່ານ​ຢາງ​ເຈ​ສື ທີ່​ປຶກສາ​ແຫ່ງ​ລັດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ອາ​ລານ ປີ​ເຕີ ຄາ​ເຢຕາ​ໂນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນ ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 28 ມິຖຸນາ​ນີ້.

ທ່ານ​ຢາງ​ເຈ​ສື ກ່າວ​ວ່າ: ​​ໜຶ່ງ​ປີຜ່ານມາ, ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ຟິລິບ​ປິນ​ໄດ້​ຮັບ​ການ​ປັບປຸງ​​ດີ​ຂຶ້ນຢ່າງຮອບດ້ານ ​ແລະ​ມີ​ທ່າ​ອ່ຽງ​ພັດທະນາ​​ເຂົ້າສູ່​ລວງ​ເລິກ​ຢ່າງຮອບດ້ານ. ຂະນະ​ທີ່​ໃນ​ຕໍ່ໜ້າ, ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ຕື່ມ​ອີກ ​ແລະ ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງຮອບດ້ານ, ຮັກສາ​ການພົວພັນ​​ແລະແລກປ່ຽນບັນຫາທາງ​ທະ​ເລ​​ໃຫ້​ດີ ​ເພື່ອຊຸກຍູ້ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ກ້າວ​ໜ້າ​ຢ່າງ​ໝັ້ນທ່ຽງ ​ແລະ ​ໜັກ​ແໜ້ນ. ຂະນະ​ທີ່​ຈີນ​ກໍ​ຈະ​ສະໜັບສະໜູນ​ຟິລິບ​ປິນປະຕິບັດ​ໜ້າ​ທີ່​ເປັນ​ປະທານ​ໝູນວຽນ​​ອາ​ຊຽນ​​ໃນ​ປີ​ນີ້​ເຊັ່ນ​ດຽວ​ກັນ.

ທ່ານ​ຄາ​ເຢຕາ​ໂນ ກ່າວ​ວ່າ: ຟິລິບ​ປິນຊົມ​ເ​ຊີ​ຍຈີນ​ທີ່​ໄດ້ຕັ້ງໜ້າ​ເສີມ​ຂະຫຍາຍ​ບົດບາດ​ຮັກສາ​ການ​ພັດທະນາ​​ໂດຍ​ສັນຕິ​ແລະ​ໝັ້ນທ່ຽງ​ຂອງພາກ​ພື້ນ, ຍິນ​ດີ​ຮ່ວມ​ກັບ​ຈີນ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ໃຫຍ່ຫຼວງກວ່າ​ເກົ່າ ​ໂດຍ​ຖື​​ເອົາການ​ສ້າງ "ໜຶ່ງ​​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເປັນ​ໂອກາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ