ເຮືອ​​ນ້ຳມັນ​​ໄທ​ຖືກ​ປຸ້ນ​ຢູ່​ນ່ານທະ​ເລ​ມາ​ເລ​ເຊຍ
2017-06-29 11:10:43  cri 

ສື່​ມວນຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 26 ມິຖຸນາ​ນີ້​ວ່າ: ​ໂຈນ​ທະ​ເລ 6 ຄົນ​ໄດ້​ປຸ້ນ​ເຮືອ​ນ້ຳມັນ​ເຊື້ອ​ໄຟ​ທີ່​ຕິດ​ທຸງຊາດ​ໄທ​ລຳ​ໜຶ່ງ​ໃນ​ວັນ​ທີ 24 ​ເດືອນ​ນີ້ ​ໂດຍ​ໄດ້​ປຸ້ນຊັບ​ລູກ​ເຮືອ ທັງ​ນ້ຳມັນ​ກາ​ຊວນ 1 ລ້ານ 5 ​ແສນ​ລິດ ພ້ອມ​ດ້ວຍ​ເຄື່ອງ​ຂອງ​ທີ່​ຂົນ​ຈາກ​ຕາ​ເວັນ​ອອກ​ກາງ​ໃນ​ເຮືອ​​ໄປເຄິ່ງໜຶ່ງ.

ລູກ​ເຮືອ​ຂອງ​ເຮືອ​ລຳ​ນີ້​ຢືນຢັນ​ວ່າ: ​ໂຈນ​ທະ​ເລ​ໄດ້​ປຸ້ນ​ໃນ​ນ່ານທະ​ເລ​ມາ​ເລ​ເຊຍ ​ໂດຍ​ການໃຊ້​​ປືນ​ບັງຄັບ​ໃຫ້​ມອດ​ຈັກ ​ແລະ​ປີນຂຶ້ນ​ເຮືອ. ຈາກ​ນັ້ນ, ​ໂຈນ​ທະ​ເລ​ໄດ້​ມັດ​ລູກ​ເຮືອທັງ​ 17 ຄົນ​ໄວ້, ປຸ້ນ​​ຊັບ​ສິນ​​ເຂົາ ​ແລະ​ດູດ​ເອົາ​ນ້ຳມັນ​ກາ​ຊວນ​ລົງ​ເຮືອ​ຂອງ​ຕົນ. ຫຼັງ​ໂຈນ​ທະ​ເລ​ໜີແລ້ວ ລູກ​ເຮືອ​ກໍ​ແກ້​​ເຊືອກມັດ​ອອກ​ໄດ້ ​ແລະ​ສືບ​ຕໍ່​ຂັບ​ເຮືອ​ມຸ່ງ​ໜ້າ​ສູ່​​ແຂວງ​ສົງ​ຂາ ຈຸດ​ຂົນ​ຖ່າຍ​ສິນຄ້າ​ເທື່ອ​ນີ້.

ຂ່າວລາຍ​ງານ​​ຕື່ມ​ວ່າ: ປັດຈຸບັນ, ​ກອງທັບ​ເຮືອໄທ ​ແລະ ມາ​ເລ​ເຊຍ​ໄດ້​ເລີ່​ມ​ສືບສວນ​ແລະ​ໄລ່​ຈັບ​ໂຈນທະ​ເລຮ່ວມ​ກັນ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ