ຄະນະ​ຜູ້​ແທນ​ເຈົ້າໜ້າ​ທີ່​ປະ​ເທດ​ແມ່​ນ້ຳຂອງ​ຢ້ຽມຢາມ​ຈີນ
2017-06-29 16:21:12  cri 

​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ສູນ​ຈີນ-ອາ​ຊຽນ, ຄະນະ​ຜູ້​ແທນ​ເຈົ້າໜ້າ​ທີ່​ປະ​ເທດ​ແມ່​ນ້ຳຂອງ​ໄດ້​ເດີນທາງ​ຢ້ຽມຢາມ​ຈີນ​ເປັນຄັ້ງທີ 3 ໂດຍ​ໄດ້​ເຂົ້າຮ່ວມ​ແລກປ່ຽນບົດຮຽນ​ຕ່າງໆ​ຢູ່​ນະຄອນຫຼວງປັກ​ກິ່ງ​ແຕ່​ວັນ​ທີ 26-27 ມິຖຸນາ​ນີ້.

ທັງ​ນີ້, ຄະນະ​ຜູ້​ແທນດັ່ງກ່າວ​ໄດ້ຢ້ຽມຢາມ​ສູນ​ຮ່ວມ​ມື​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ-ອາ​ຊຽນ, ສຳນັກ​ເລຂາ​ຈີນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ກະຊວງ​ການ​ຕ່າງປະ​ເທດ​ຈີນ, ສູນຫຼຸດຜ່ອນ​ຄວາມທຸກ​ຍາກ​ສາກົນ​ຈີນ ​ແລະ ສູນ​ຈີນ-ອາ​ຊຽນ. ທ່ານ​ຖານ​ເວີ້​ຍຜິ​ງ ຮອງ​ຫົວໜ້າ​ສູນຫຼຸດຜ່ອນ​ຄວາມທຸກ​ຍາກ​ສາກົນ​ຈີນ ​ໄດ້​ແນະນຳ​ນະ​ໂຍບາຍ, ຜົນ​ໄດ້​ຮັບ ​ແລະ ບົດຮຽນ​​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ ພ້ອມ​ດ້ວຍ​ພາລະ​ບົດບາດ​ຂອງ​ສູນ​ຕົນ ​ແລະ ສະພາບການ​ຮ່ວມ​ມື​​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ລະຫວ່າງ 6 ປະ​ເທດຕາມ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ໃຫ້ຮັບຊາບຕື່ມ​ອີກ.

ນອກ​ນີ້, ຄະນະ​ຜູ້​ແທນ​ຍັງ​ໄດ້​ຢ້ຽມຢາມສວນອຸ​ທິຍານ​ຢີ​ເຫີ​ຢວນ ຫຼື ວັງ​ລະ​ດູຮ້ອນ ທີ່​ເປັນ​ມໍລະດົກ​ວັດທະນະທຳໂລກ ​ເຊິ່ງ​ເປັນ​ໂອກາດດີ​ທີ່​ໄດ້​ສຳຜັດ​ກັບ​ວັດທະນະທຳ​ປະຫວັດສາດຈີນອີກດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ